ນ້ຳ
ໃຈກາງຂອງຄວາມມຸ່ງໝັ້ນດ້ານຄວາມຍືນຍົງຂອງ MMG ແມ່ນຄວາມພະຍາຍາມໃນການສຸມໃສ່ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດ. ນ້ຳເປັນຊັບພະຍາກອນທຳມະຊາດທີ່ມີຄຸນຄ່າສຳຄັນ - ເພື່ອຊ່ວຍໃຫ້ຄົນມີຊີວິດຢູ່ລອດ, ລະບົບນິເວດທີ່ອຸດົມສົມບູນ ແລະ ສະໜັບສະໜູນຫຼາຍກິດຈະກຳທາງດ້ານເສດຖະກິດ. ໃນຫຼາຍຊຸມຊົນ ນ້ຳຍັງມີຄວາມສຳຄັນທາງຮີດຄອງປະເພນີ ແລະ ວັດຖະນະທຳອີກດ້ວຍ. ນ້ຳໄດ້ຖືກນຳໃຊ້ເຂົ້າໃນຂະບວນການຜະລິດ ແລະ ສະກັດແຮ່ທາດຢ່າງຫຼວງຫຼາຍ ແລະ ປະສິດທິຜົນຂອງຜົນຜະລິດໃນການດຳເນີນງານຂອງພວກເຮົາ ແມ່ນເອື່ອຍອີງໃສ່ ຄວາມສາມາດໃນການຊອກຫາແຫຼ່ງນ້ຳທັງທາງດ້ານປະລິມານ ແລະ ຄຸນນະພາບທີ່ເໝາະສົມ. ໃນຫຼາຍກໍລະນີທີ່ເປັນໄປໄດ້ ພວກເຮົາສຸມໃສ່ການຊອກຫາວິທີການປັບປຸງປະສິດທິຜົນໃນການນຳໃຊ້ນ້ຳ ແລະ ການນຳນ້ຳກັບມາໃຊ້ຄືນ ເພື່ອຫຼຸດຜ່ອນການຊອກຫາແຫຼ່ງນ້ຳແຫ່ງໃໝ່. ພວກເຮົາຕັ້ງເປົ້າໝາຍໃນການປັບປຸງການບໍລິຫານນ້ຳ ເພື່ອບັນລຸຜົນປະໂຫຍດທາງບວກດ້ານສິ່ງແວດລ້ອມ, ສັງຄົມ, ແລະ ການຜະລິດ. ພວກເຮົາເຫັນໄດ້ເຖິງໂອກາດໃນການປັບປຸງ ວິທີການໃນການຈັດການ ແລະ ພົວພັນກັບຜູ້ມີສ່ວນຮ່ວມກ່ຽວກັບຄວາມສ່ຽງ ແລະ ໂອກາດໃນລະດັບອ່າງກັກເກັບນ້ຳ. ພວກເຮົາລາຍງານກ່ຽວກັບການນຳໃຊ້ນ້ຳ ແລະ ການປ່ອຍນ້ຳ ໃນ ບົດລາຍຄວາມຍືນຍົງປະຈຳປີ...
ອ່ານເພີ່ມ