ວິໃສທັດ

ທີ່ MMG ພວກເຮົາຂຸດຄົ້ນແຮ່ເພື່ອຄວາມກ້າວໜ້າ. ສ້າງຕັ້ງຂຶ້ນໃນປີ 2009, ວິໃສທັດຂອງພວກເຮົາ ແມ່ນການກ້າວເປັນ ບໍລິສັດໂລຫະທີ່ມີຄວາມຫຼາກຫຼາຍໜ້ານັບຖືທີ່ສຸດໃນໂລກ.

 

ໃນໄລຍະຍາວ, ຜົນສຳເລັດຂອງພວກເຮົາແມ່ນບົນພື້ນຖານ ຄວາມພູມໃຈໃນວຽກງານຂຸດຄົ້ນບໍ່ແຮ່, ຄວາມມຸ່ງໝັ້ນຂອງພວກເຮົາ ໃນການປະຕິບັດຕາມມາດຕະຖານສາກົນຮ່ວມກັນ ແລະ ການເຄົາລົບນັບຖື ຄົນ, ດິນ ແລະ ນ້ຳ.

 

ດ້ວຍການເປັນຄູ່ຮ່ວມງານກັບ ຜູ້ຖືຫຸ້ນໃຫຍ່ຂອງພວກເຮົາ ຄື ມິນເມໂທສ໌ ສປ ຈີນ, ຈຸດປະສົງຂອງພວກເຮົາແມ່ນການກ້າວເປັນ ບໍລິສັດຂຸດຄົ້ນບໍ່ແຮ່ຂະໜາດກາງອັນດັບຕົ້ນຂອງໂລກ ພາຍໃນປີ 2020.

 

ກົດການປະຕິບັດຂອງພວກເຮົາ ແລະ ອຸດົມການໃນການ ຄິດເຖິງຄວາມປອດໄພເປັນສິ່ງທຳອິດ, ການນັບຖືເຊິ່ງກັນ ແລະ ກັນ, ການເຮັດວຽກຮ່ວມກັນ, ການເຮັດໃນສິ່ງທີ່ໄດ້ເວົ້າໄວ້ ແລະ ການພັດທະນາໃຫ້ດີຂຶ້ນເລື້ອຍໆ ເປັນແນວທາງໃນການເຮັດວຽກພວກເຮົາ.

 

ພວກເຮົາຂຸດຄົ້ນແຮ່ເພື່ອສ້າງຄວາມອຸດົມຮັ່ງມີ ຜ່ານການພັດທະນາພະນັກງານຂອງພວກເຮົາ; ການລົງທຶນໃສ່ການປັບປຸງຄວາມອາດສາມາດຂອງຄົນທ້ອງຖິ່ນ; ແລະ ຄຸນຄ່າທີ່ພວກເຮົາມອບໃຫ້ແກ່ ຜູ້ມີສ່ວນຮ່ວມຂອງພວກເຮົາ.

 

ພວກເຮົາຫັນໂອກາດ ເປັນ ລາງວັນ ດ້ວຍການເຮັດວຽກຮ່ວມກັບຄູ່ຮ່ວມງານຂອງພວກເຮົາ ເພື່ອໃຫ້ສາມາດ ສ້າງຜົນໄດ້ຮັບທີ່ດີກວ່າ, ປອດໄພກວ່າ ແລະ ອຸດົມສົມບູນກວ່າ ໃຫ້ແກ່ຊຸມຊົນ.

 

ພວກເຮົາມຸ່ງໝັ້ນໃນການຮັກສາມາດຕະຖານສາກົນໃນລະດັບທີ່ສູງສຸດ ໃນອຸດສາຫະກຳຂຸດຄົ້ນບໍ່ແຮ່ຂອງພວກເຮົາ ຊຶ່ງສະແດງອອກ ໃນການເຂົ້າຮ່ວມຢ່າງຕັ້ງໜ້າ ໃນ ສະພາບໍ່ແຮ່ ແລະ ໂລຫະສາກົນ ແລະ ການເຮັດວຽກສອດຄ່ອງກັບ ວາລະການພັດທະນາສາກົນຂອງ ອົງການສະຫະປະຊາຊາດ.

 

ຄວາມພາກພູມໃຈໃນວຽກງານຂຸດຄົ້ນບໍ່ແຮ່

ຄວາມພາກພູມໃຈໃນວຽກງານຂຸດຄົ້ນບໍ່ແຮ່

MMG ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2009 ດ້ວຍວິໃສທັດ ໃຫ້ກ້າວເປັນບໍລິສັດໂລຫະທີ່ມີຄວາມຫຼາກຫຼາຍໜ້ານັບຖືທີ່ສຸດໃນໂລກ.

 

ພວກເຮົາດໍາເນີນ ແລະ ພັດທະນາໂຄງການຂຸດຄົ້ນ-ຜະລິດທອງ, ສັງກະສີ ແລະ ໂລຫະອື່ນໆ ໃນປະເທດ ອົດສະຕຣາລີ, ສາທາລະນະລັດ ຄົງໂກ, ສປປ ລາວ ແລະ ເປຣູ ແລະ ຍັງມີໂຄງການສຳຫຼວດ ແລະ ຮ່ວມມືຂະໜາດໃຫຍ່ ໃນປະເທດ ອົດສະຕຣາລີ, ທະວີບອາຟຣິກາ ແລະ ອາເມຣິກາ.

 

ດ້ວຍການເຮັດວຽກເປັນຄູ່ຮ່ວມງານກັບຜູ້ຖືຫຸ້ນໃຫຍ່ຂອງພວກເຮົາ ຄື ບໍລິສັດ ມິນເມໂທສ໌ ສປ ຈີນ (China Minmetals), ຈຸດປະສົງຂງພວກເຮົາແມ່ນການກ້າວເປັນບໍລິສັດຂຸດຄົ້ນບໍ່ແຮ່ລະດັບກາງອັນດັບຕົ້ນຂອງໂລກ ພາຍໃນປີ 2020. ພວກເຮົາຈະບັນລຸຈຸດປະສົງດັ່ງກ່າວໄດ້ ດ້ວຍການພັດທະນາພະນັກງານຂອງພວກເຮົາ, ດ້ວຍການລົງທຶນໃສ່ຄວາມອາດສາມາດຂອງຄົນທ້ອງຖິ່ນ ແລະ ດ້ວຍການສ້າງຄຸນຄ່າໃຫ້ແກ່ຜູ້ມີສ່ວນຮ່ວມຂອງພວກເຮົາ.

 

ວິທີການເຮັດວຽກຂອງພວກເຮົາແມ່ນອີງຕາມ ກົດການປະຕິບັດ ແລະ ອຸດົມການຂອງພວກເຮົາຄື ການຄິດເຖິງຄວາມປອດໄພເປັນສິ່ງທຳອິດ, ການນັບຖືເຊິ່ງກັນ ແລະ ກັນ, ການເຮັດວຽກຮ່ວມກັນ, ການເຮັດໃນສິ່ງທີ່ໄດ້ເວົ້າໄວ້ ແລະ ການພັດທະນາໃຫ້ດີຂຶ້ນກວ່າເກົ່າ.

 

ໃນໄລຍະຍາວ, ຜົນສຳເລັດຂອງພວກເຮົາແມ່ນບົນພື້ນຖານ ຄວາມພູມໃຈໃນວຽກງານຂຸດຄົ້ນບໍ່ແຮ່, ຄວາມມຸ່ງໝັ້ນຂອງພວກເຮົາ ໃນການປະຕິບັດຕາມມາດຕະຖານສາກົນຮ່ວມກັນ ແລະ ການເຄົາລົບນັບຖື ຄົນ, ດິນ ແລະ ນ້ຳ.

 

ພວກເຮົາແນໃສ່ປະກອບສ່ວນໃນທາງທີ່ດີ ຕໍ່ ການເຕີບໂຕເສດຖະກິດ ແລະ ການພັດທະນາຊຸມຊົນ ໃນພື້ນທີ່ທີ່ພວກເຮົາດຳເນີນການ. ອັນນີ້ແມ່ນສະແດງໃຫ້ເຫັນວ່າ ພວກເຮົາຂຸດຄົ້ນເພື່ອຄວາມກ້າວໜ້າ.

“ສຳລັບທຸກໆ 1 ໂດລາທີ່ພວກເຮົາລົງທຶນໃສ່ການພັດທະນາຂອງເດັກນ້ອຍນັ້ນ, ຈະເປັນກາຍເປັນ 7 ໂດລາສົ່ງຄືນແກ່ສັງຄົມ”

ທ່ານ ໂກຟີ ອານັນ, ອາດີດເລຂາທິການ, ບົດຂ່າວຂອງສະຫະປະຊາຊາດ, ອົງການສະຫະປະຊາຊາດ, 8 ພຶດສາພາ 2002

ມາດຕະຖານສາກົນ

ມາດຕະຖານສາກົນ

ໃນທົ່ວໂລກ, ມີຫຼາຍອົງການທີ່ສະໜອງຂໍ້ມູນກ່ຽວກັບ ວິທີການທີ່ບໍລິສັດ, ຊຸມຊົນ ແລະ ລັດຖະບານເຮັດວຽກຮ່ວມກັນ. ຂໍ້ມູນເຫຼົ່ານີ້ລວມມີ ຂໍ້ຄາດຫວັງ ຫຼື ຫຼັກການ ເພື່ອ ຊີ້ນຳກິດຈະກຳຂອງບໍລິສັດຕ່າງໆ.

 

ຍ້ອນວ່າ ບໍ່ແຮ່ມີທີ່ຕັ້ງໃນຫຼາຍໆປະເທດທີ່ມີຄວາມຫຼາກຫຼາຍດ້ານວັດທະນະທຳ, ກົດໝາຍ ແລະ ຄວາມຕ້ອງການ, ມາດຕະຖານສາກົນນັ້ນ ຈະເປັນປັດໃຈຊ່ວຍບັນດາບໍລິສັດ ພັດທະນາວິທີການເຮັດວຽກກັບຊຸມຊົນ, ພະນັກງານ, ຫຸ້ນສ່ວນ, ລັດຖະບານ ແລະ ສິ່ງແວດລ້ອມ ຢ່າງເອກະພາບກັນ.

 

ທີ່ MMG, ວຽກງານຂອງເຮົາຈະສອດຄ່ອງກັບ ຫຼັກການສາກົນ ນັບແຕ່ເລື່ອງ ຄວາມປອດໄພ ແລະ ສຸຂະພາບຂອງພະນັກງານ, ຊຸມຊົນ ແລະ ການດຳເນີນງານຂອງພວກເຮົາ ຕະຫຼອດຮອດເຖິງ ການນັບຖື ທີ່ດິນ ແລະ ວັດທະນະທຳ, ການຄຸ້ມຄອງສິ່ງແວດລ້ອມ ກໍຄື ແຜນງານການພັດທະນາດ້ານສັງຄົມ.

 

ໃນນາມທີ່ເປັນສະມາຊິກຂອງ ສະພາບໍ່ແຮ່ ແລະ ໂລຫະສາກົນ (International Council of Mining and Metals ຫຼື ICMM), ພວກເຮົາສະໜັບສະໜູນຫຼັັກການ 20 ຂໍ້ ດ້ານການພັດທະນາທີ່ຍືນຍົງຂອງ ICMM. ພວກເຮົາຜະລິດ ບົດລາຍງານດ້ານຄວາມຍືນຍົງ ແລະ ບົດລາຍງານປະຈຳປີ ແລະ ພວກເຮົາມຸ່ງໝັ້ນປັບປຸງໃຫ້ດີຂຶ້ນເລື້ອຍໆ.

 

ໃນກິດຈະກຳຂອງພວກເຮົາ, ພວກເຮົາພິຈາລະນາ ຫຼັກການ ແລະ ຄູ່ມືແນະນຳສາກົນດັ່ງຕໍ່ໄປນີ້: ສົນທິສັນຍາ 8 ຂໍ້ຫຼັກຂອງ ອົງການແຮງງານສາກົນ, ສັນຍາສາກົນຂອງສະຫະປະຊາຊາດ, ມາດຕະຖານຂອງອົງການມາດະຖານສາກົນ, ເປົ້າໝາຍດ້ານການພັດທະນາແບບຍືນຍົງຂອງສະຫະປະຊາຊາດ, ແຜນລິເລີ່ມດ້ານຄວາມໂປ່ງໃສຂອງອຸດສາຫະກຳຂຸດຄົ້ນ, ຫຼັກການແບບສະໝັກໃຈກ່ຽວກັບສິດທິມະນຸດ ແລະ ຄວາມໝັ້ນຄົງ, ຫຼັກການດ້ານທຸລະກິດ ແລະ ສິດທິມະນຸດຂອງສະຫະປະຊາຊາດ ແລະ ຫຼັກການຂອງອົງການ ການເງິນສາກົນ.

 

ອ່ານຖະແຫຼງການຂອງ MMG ກ່ຽວກັບ ສິດທິມະນຸດ ແລະ ການປ້ອງກັນຄວາມສະຫງົບ.

ກຸ່ມຄົນ ແລະ ວັດທະນະທຳ

ກຸ່ມຄົນ ແລະ ວັດທະນະທຳ

ກິດຈະການຂຸດຄົ້ນບໍ່ແຮ່ ສ່ວນຫຼາຍຈະເປັນອຸດສະຫະກຳໃຫຍ່ທີ່ສຸດໃນຂົງເຂດຫ່າງໄກສອກຫຼີກ ຫຼື ຊົນນະບົດ ແລະ ການດຳເນີນງານກໍອາດມີຜົນກະທົບຕໍ່ຊຸມຊົນອ້ອມຂ້າງເຂດດັ່ງກ່າວ. ບັນດາບໍລິສັດສາມາດຄຸ້ມຄອງຜົນກະທົບດັ່ງກ່າວໄດ້ ດ້ວຍການສະແດງຄວາມນັບຖືຕໍ່ຄົນ, ທີ່ດິນ ແລະ ວັດທະນະທຳ. ການພົວພັນ ແລະ ເຂົ້າໃຫ້ເຖິງປະຊາຊົນ ເປັນບູລິມະສິດຂອງ MMG.

 

MMG ປະຕິບັດຫຼັກການ ຍິນຍອມດ້ວຍຄວາມເຕັມໃຈ, ຮູ້ລ່ວງໜ້າ ແລະ ມີຄວາມເຂົ້າໃຈຢ່າງດີ (free, prior and informed consent ຫຼື FPIC) ເວລາຂໍອະນຸຍາດໃນການດຳເນີນກິດຈະກຳທີ່ກ່ຽວຂ້ອງກັບວຽກງານຂຸດຄົ້ນບໍ່ແຮ່. FPIC ຈະປົກປ້ອງສິດຂອງປະຊາຊົນ ທີ່ກ່ຽວຂ້ອງກັບເລື່ອງວັດທະນະທຳ ແລະ ທີ່ດິນ ໃນຂົງເຂດທີ່ບັນດາບໍລິສັດອາດດຳເນີນການຂຸດຄົ້ນ.

 

ການເຂົ້າໃຈຄວາມເຫັນຂອງເຖົ້າແກ່ແນວໂຮມ, ເຈົ້າຂອງທີ່ດິນ, ກຸ່ມຄົນຊົນເຜົ່າ ແລະ ປະຊາຊົນໃນຂົງເຂດອ້ອມຂ້າງ ມີຄວາມສຳຄັນ ຕໍ່ການ ວາງບູລິມະສິດໃນການລົງທຶນດ້ານສັງຄົມ. MMG ພ້ອມກັບຊ່ຽວຊານ ຈະດຳເນີນການຄົ້ນຄວ້າ, ເອີ້ນວ່າ ການປະເມີນຜົນກະທົບດ້ານສັງຄົມ ແລະ ວາງແຜນການຄຸ້ມຄອງ ເພື່ອລະບຸຄວາມຕ້ອງການທ້ອງຖິ່ນ ແລະ ຂໍ້ທີ່ຕ້ອງປະຕິບັດເພື່ອຮັກສາຮີດຄອງປະເພນີ. ວຽກງານທີ່ເປັນສ່ວນໜຶ່ງຂອງຄວາມມຸ່ງໝັ້ນຂອງພວກເຮົາຕໍ່ຊຸມຊົນທ້ອງຖິ່ນ ແມ່ນ ການສະໜັບສະໜູນ ງານປະເພນີ ແລະ ໂຄງການພື້ນຖານໂຄງຮ່າງຂອງຊຸມຊົນ ຈຳນວນໜຶ່ງ.

 

ການພົວພັນສື່ນສານກັບຜູ້ມີສ່ວນຮ່ວມທ້ອງຖິ່ນຂອງພວກເຮົາ ແມ່ນເລັ່ງໃສ່ການສ້າງສາຍພົວພັນໄລຍະຍາວກັບຊຸມຊົນ. ຊ່ຽວຊານຝ່າຍການພົວພັນກັບຊຸມຊົນ ຈະໂອ້ລົມກັບປະຊາຊົນທ້ອງຖິ່ນຢ່າງສະໝ່ຳສະເໝີ ຊຶ່ງລວມມີ ການຈັດກອງປະຊຸມບ້ານເພື່ອປຶກສາປະເດັນສຳຄັນ, ຮັບປະກັນໃຫ້ມີສູນເຕົ້າໂຮມຄົນທ້ອງຖິ່ນ ເພື່ອເປັນບ່ອນທີ່ຊຸມຊົນສາມາດເຂົ້າຫາຂໍ້ມູນໄດ້ ແລະ ການມີສ່ວນຮ່ວມຂອງຄູ່ຮ່ວມງານເຊັ່ນ ມະຫາວິທະຍາໄລ, ກຸ່ມຊຸມຊົນ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ໃນແຜນງານຊຸມຊົນ.

 

ອ່ານຖະແຫຼງການຂອງ MMG ກ່ຽວກັບ ຄວາມສ່ຽງຈາກການຂຸດຄົ້ນບໍ່ແຮ່ແບບບຸກຄົນ ແລະ ການຂຸດຄົ້ນບໍ່ແຮ່ຂະໜາດນ້ອຍ.

ທີ່ດິນ ແລະ ນ້ຳ

ທີ່ດິນ ແລະ ນ້ຳ

ການຊື້ ແລະ ນ້ຳໃຊ້ທີ່ດິນ ແລະ ຊັບພະຍາກອນນ້ຳເຂົ້າໃນວຽກງານຂຸດຄົ້ນບໍ່ແຮ່ ແມ່ນປະຕິບັດໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ກໍຄື ຫຼັກການສາກົນ ກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ. ເພື່ອໃຫ້ໄດ້ຮັບອະນຸຍາດ, ບັນດາບໍລິສັດຕ້ອງ ຂໍໃບຮັບອະນຸຍາດ ໃນຮູບແບບສັນຍາ ທີ່ເອີ້ນວ່າ ໃບທະບຽນດຳເນີນງານ.

 

ບັນດາບໍລິສັດຕ້ອງດຳເນີນການຄົ້ນຄວ້າດ້ານວິທະຍາສາດ, ສັງຄົມ, ສິ່ງແວດລ້ອມ ແລະ ເສດຖະກິດຢ່າງລະອຽດ ແລະ ພົວພັນເຂົ້າຫາຊຸມຊົນ. ທີ່ MMG, ພວກເຮົາພົວພັນກັບກຸ່ມຄົນທີ່ກ່ຽວຂ້ອງດ້ວຍຄວາມເຄົາລົບນັບຖື ເພື່ອຮ້ອງຂໍຄວາມເຫັນດີ ໃນການຊື້ ຫຼື ນ້ຳໃຊ້ທີ່ດິນ.

 

ແຜນຄຸ້ມຄອງດ້ານສິ່ງແວດລ້ອມ ຈະກຳນົດວິທີການ ຄຸ້ມຄອງທີ່ດິນ ແລະ ນ້ຳ ລວມທັງ ການບູລະນະຟື້ນຟູທີ່ດິນ, ຊີວະນາໆພັນ ແລະ ການປົກປັກຮັກສາ ມໍລະດົກທາງວັດທະນະທຳ.

 

ຈຸດສຸມຂອງພວກເຮົາແມ່ນ ການປັບປຸງລະດັບຄຸນນະພາບການດຳລົງຊີວິດຂອງຊຸມຊົນໃນໄລຍະດຳເນີນການຂຸດຄົ້ນ ແລະ ພາຍຫຼັງສິ້ນສຸດກິດຈະກຳບໍ່ແຮ່. ພວກເຮົາເຮັດວຽກກັບຊຸມຊົນທ້ອງຖິ່ນທີ່ມີຮີດຄອງປະເພນີການດຳລົງຊີວິດທີ່ຕິດພັນກັບທີ່ດິນ ເພື່ອ ສະໜັບສະໜູນ ໃຫ້ມີການຮັກສາຄຽງຄູ່ກັບການປັບໂຕ.

 

ອຸດສາຫະກຳບໍ່ແຮ່ ຮັບຮູ້ວ່າ ນ້ຳ ມີຄວາມສຳຄັນຕໍ່ຊຸມຊົນ ແລະ ຊີວະນາໆພັນ ກໍຄືເປັນຊັບພະຍາກອນທີ່ຕ້ອງໃຊ້ຮ່ວມກັນ. ວຽກງານຂຸດຄົ້ນບໍ່ແຮ່ ຕ້ອງໄດ້ຊົມໃຊ້ນ້ຳໃນປະລິມານຫຼວງຫຼາຍເພື່ອ ຜະລິດ-ປຸງແຕ່ງສິນແຮ່ທີ່ຂຸດຄົ້ນມາໄດ້ ແລະ ພວກເຮົາກໍເລັ່ງໃສ່ຄຸ້ມຄອງການຊົມໃຊ້ນີ້ຢ່າງມີຄວາມຮັບຜິດຊອບ. ທີ່ MMG, ພວກເຮົາພະຍາຍາມທີ່ສຸດ ໃນການເອົານ້ຳ ມາໝູນໃຊ້ຄືນໃໝ່ ເທົ່າທີ່ຈະເປັນໄປໄດ້.

ການຮ່ວມມື

ການຮ່ວມມື

ວຽກງານຂຸດຄົ້ນບໍ່ແຮ່ ສາມາດກະຕຸ້ນ ການພັດທະນາດ້ານເສດຖະກິດໃນພາກພື້ນທີ່ມີປະຊາກອນ, ແຫຼ່ງສ້າງວຽກເຮັດງານທຳ ແລະ ລາຍໄດ້, ການສຶກສາ, ໂຄງສ້າງພື້ນຖານໂຄງລ່າງ, ວັດທະນະທຳ ແລະ ຮີດຄອງປະເພນີ, ສຸຂະພາບ ແລະ ຊີວິດການເປັນຢູ່ ທີ່ແຕກຕ່າງກັນໄປ.

 

ເພື່ອໃຫ້ບໍລິສັດຂຸດຄົ້ນບໍ່ແຮ່ດຳເນີນການຢ່າງປອດໄພ ແລະ ສຳເລັດຜົນ, ບໍລິສັດຕ່າງໆຕ້ອງມີພະນັກງານທ້ອງຖິ່ນທີ່ມີທັກສະ; ມີຖະໜົນຫົນທາງ ແລະ ເສັ້ນທາງລົດໄຟທີ່ດີເພື່ອຂົນສົ່ງສິນແຮ່ໄປຍັງທ່າເຮືອເພື່ອນຳສົ່ງຕໍ່; ແລະ ສາມາດເຂົ້າເຖິງແຫຼ່ງສະໜອງອາຫານ ແລະ ການບໍລິການ (ທີ່ຮູ້ກັນວ່າ ຕ່ອງໂສ້ການສະໜອງ). ສ່ວນໃຫຍ່ຈະມີຊ່ອງວ່າງ ໃນການສະໜອງແຮງງານ, ການບໍລິການ ແລະ ພື້ນຖານໂຄງລ່າງທີ່ຈຳເປັນສຳລັບບໍລິສັດ ແລະ ຊຸມຊົນຕ່າງໆ.

 

MMG ດຳເນີນການປະເມີນຜົນກະທົບ (ດ້ານບວກ ແລະ ລົບ) ທີ່ອາດເກີດຂຶ້ນໄດ້ຍ້ອນກິດຈະກຳຂຸດຄົ້ນບໍ່ແຮ່, ແລ້ວ ລະບຸໂອກາດໃນການລົງທຶນໃນຊຸມຊົນ ແລະ ຄູ່ຮ່ວມງານທີ່ພວກເຮົາສາມາດຮ່ວມເຮັດວຽກນຳ. ການລົງທຶນດ້ານຊຸມຊົນຈະກ່ຽວຂ້ອງກັບ ເປົ້າໝາຍທາງທຸລະກິດ ແລະ ຂອງທ້ອງຖິ່ນ. ຍຸດທະສາດເຫຼົ່ານີ້ຈະຖືກພັດທະນາຂຶ້ນ ດ້ວຍການດຸ່ນດ່ຽງຄວາມຕ້ອງການຂອງຊຸມຊົນ, ລັດຖະບານ ແລະ ຜູ້ມີສ່ວນຮ່ວມ.

 

ພວກເຮົາສະໜັບສະໜູນແຜນງານໃນຂອບເຂດກວ້າງ ຊຶ່ງປະກອບສ່ວນຕໍ່ຄວາມຄືບໜ້າດ້ານເສດຖະກິດ ແລະ ສັງຄົມຊຶ່ງອາດເປັນເງື່ອນໄຂທີ່ວາງອອກໂດຍລັດຖະບານໃນການອອກໃບອະນຸຍາດດຳເນີນງານ ແລະ ຮຽກຮ້ອງໃຫ້ມີການຮ່ວມມືເພື່ອໃຫ້ສຳເລັດຜົນ.

 

ຄູ່ຮ່ວມງານພາກສະໜາມຈະແນະນຳ ແລະ ນຳພາແຜນງານທີ່ປະຕິບັດໄດ້ ແລະ ເໝາະສົມ ກໍຄືຊ່ວຍພວກເຮົາໃນການປະຕິບັດໃຫ້ໄດ້ຕາມຄວາມມຸ່ງໝັ້ນຂອງພວກເຮົາ. ນອກນີ້, ພວກເຮົາຍັງຮ່ວມມືກັບ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ, ອົງການສັງຄົມ, ມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄ້ວາ ກໍຄື ອົງການລັດຖະບານ ທີ່ມີວັດຖຸປະສົງຮ່ວມກັນ.