ຄວາມມຸ່ງໝັ້ນຂອງ MMG ໃນການຂຸດຄົ້ນບໍ່ແຮ່ບົນຫຼັກການ

Written by Sara Rowswell     August 9 2018 at 1:49 PM

ທີ່ MMG, ພວກເຮົາຂຸດຄົ້ນແຮ່ເພື່ອຄວາມກ້າວໜ້າ.

ນັ້ນໝາຍເຖິງ ການສ້າງວຽກເຮັດງານທຳ ແລະ ຊີວິດການເປັນຢູ່ທີ່ດີໃນຊຸມຊົນເຈົ້າພາບ, ການປະກອບສ່ວນຕໍ່ການພັດທະນາປະເທດ ແລະ ສະໜອງແຮ່ທີ່ໂລກຕ້ອງການຢ່າງມີຄວາມຮັບຜິດຊອບ.

ພວກເຮົາມີຄວາມພູມໃຈ ທີ່ ໄດ້ປະກອບການຢູ່ໃນຂະແໜງການບໍ່ແຮ່ ແລະ ມີເລື່ອງຄວາມຄືບໜ້າທີ່ດີມາເລົ່າສູ່ຟັງ. ແຕ່ກໍບໍ່ໄດ້ໝາຍຄວາມວ່າ ພວກເຮົາຈະປິຕິບັດທຸກຢ່າງ ຢ່າງຖືກຕ້ອງໄປໝົດ. ດ້ວຍການຊ່ວຍເຫຼືອຂອງ ສະພາບໍ່ແຮ່ ແລະ ໂລຫະສາກົນ (ICMM), ພວກເຮົາໄດ້ມີຄວາມຄືບໜ້າຢ່າງສູງໃນການປະກອບສ່ວນຕໍ່ສັງຄົມ ຢ່າງປອດໄພ ແລະ ຍືນຍົງ.

ພວກເຮົາເປັນສະມາຊິກຂອງ ICMM ຕັ້ງແຕ່ MMG ໄດ້ຖືກສ້າງຕັ້ງຂຶ້ນ. ການເຂົ້າເປັນສະມາຊິກຂອງ ICMM ຮຽກຮ້ອງໃຫ້ ສະມາຊິກປະຕິບັດຕາມ 10 ຫຼັກການຂອງ ICMM. ຫຼັກການເຫຼົ່ານີ້ ຈະເປັນ ຂອບການປະຕິບັດທີ່ດີທີ່ສຸດ ສຳລັບການພັດທະນາທີ່ຍືນຍົງ ໃນອຸດສາຫະກຳບໍ່ແຮ່ ແລະ ໂລຫະ.

ຫຼັກການ 10 ຂໍ້ມີຄື:

  1. ປະຕິບັດທຸລະກິດຢ່າງມີຫຼັກຈະລິຍະທຳ ແລະ ລະບົບການຄຸ້ມຄອງອົງກອນທີ່ເຂັ້ມແຂງ ແລະ ມີຄວາມໂປ່ງໃສ ເພື່ອ ສະໜັບສະໜູນການພັດທະນາທີ່ຍືນຍົງ;
  2. ສອດແຊກປະເດັນຂອງການພັດທະນາທີ່ຍືນຍົງ ໃນຍຸດທະສາດຂອງອົງກອນ ແລະ ຂະບວນການຕັດສິນໃຈຕ່າງໆ;
  3. ເຄົາລົບສິດທິມະນຸດ ແລະ ຜົນປະໂຫຍດ, ວັດທະນະທຳ, ຮີດຄອງປະເພນີ ແລະ ຄຸນຄ່າ ຂອງພະນັກງານ ແລະ ຊຸມຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກ ກິດຈະກຳຂອງບໍລິສັດ;
  4. ຈັດຕັ້ງປະຕິບັດຍຸດທະສາດ ແລະ ລະບົບການຄຸ້ມຄອງຄວາມສ່ຽງຢ່າງມີປະສິດທິຜົນ ທີ່ອີງຕາມ ຫຼັກວິທະຍາສາດທີ່ໜັກແໜ້ນ ທັງໄດ້ຄຳນຶງເຖິງ ທັດສະນະຂອງພາກສ່ວນທີ່ມີສ່ວນຮ່ວມ ກ່ຽວກັບຄວາມສ່ຽງຕ່າງໆ;
  5. ສືບຕໍ່ເລັ່ງໃສ ຜົນງານດ້ານສຸຂະພາບ ແລະ ຄວາມປອດໄພ ເພື່ອບັນລຸໃຫ້ໄດ້ ການເຮັດວຽກທີ່ປັດສະຈາກ ການບາດເຈັບ;
  6. ສືບຕໍ່ເລັ່ງໃສ່ການປັບປຸງ ຜົນງານດ້ານສິ່ງແວດລ້ອມ ເຊັ່ນ ການເບິ່ງແຍງເລື່ອງນ້ຳ, ການນຳໃຊ້ພະລັງງານ ແລະ ສະພາບດິນຟ້າອາກາດ;
  7. ປະກອບສ່ວນຕໍ່ ການອະນຸລັກຊີວະນາໆພັນ ແລະ ວາງແຜນການນຳໃຊ້ທີ່ດິນແບບກວມລວມ;
  8. ອຳນວຍຄວາມສະດວກ, ນຳໄປຜະລິດຄືນໃໝ່ ແລະ ການກຳຈັດຜະລິດຕະພັນທີ່ເປັນໂລຫະ ແລະ ແຮ່ທາດ ຢ່າງມີຄວາມຮັບຜິດຊອບ;
  9. ສືບຕໍ່ເລັ່ງໃສ່ ປັບປຸງຜົນງານດ້ານສັງຄົມ ແລະ ການປະກອບສ່ວນຕໍ່ ການພັດທະນາດ້ານສັງຄົມ, ເສດຖະກິດ ແລະ ສະຖາບັນ ຂອງ ປະເທດ ແລະ ຊຸມຊົນເຈົ້າພາບ; ແລະ
  10. ພົວພັນຢ່າງຕັ້ງໜ້າກັບ ຜູ້ມີສ່ວນຮ່ວມຫຼັກ ກ່ຽວກັບ ສິ່ງທ້າທາຍ ແລະ ໂອກາດຂອງການພັດທະນາແບບຍືນຍົງ ໃນແບບເປີດເຜີຍ ແລະ ໂປ່ງໃສ. ລາຍງານຢ່າງມີປະສິດທິຜົນ ແລະ ຢັ້ງຢືນຄວາມຄືບໜ້າ ແລະ ຜົນງານ ຢ່າງເປັນເອກະລາດ.

ຫຼັກການເຫຼົ່ານີ້ ອະທິບາຍບົດບາດ ຂອງ ແຮ່ທາດ ແລະ ໂລຫະ ໃນການສ້າງສັງຄົມທີ່ດີຂຶ້ນ. ຖ້າປັດສະຈາກ ແຮ່ທາດ ກໍຈະບໍ່ມີ ພາຫະນະຂັບເຂື່ອນດ້ວຍໄຟຟ້າ, ແຜງພະລັງງານແສງຕາເວັນ ແລະ ກັງຫັນລົມ. ແຮ່ທາດ ແລະ ໂລຫະ ໄດ້ຂັບເຂື່ອນການພັດທະນາ ມາໄດ້ຫຼາຍພັນປີ. ສິ່ງເຫຼົ່ານີ້ ສະແດງເຖິງຄວາມມຸ່ງໝັ້ນ ຂອງອຸດສາຫະກຳຂອງພວກເຮົາ ໃນການປະຕິບັດວຽກງານບໍ່ແຮ່ທີ່ດີ. ອັນນີ້ຈະຊ່ວຍພວກເຮົາໃນການສ້າງຄວາມເຊື່ອໃຈທີ່ສູງຂຶ້ນ ແລະ ສ້າງ ບັນທັດຖານການດຳເນີນວຽກງານບໍ່ແຮ່ທີ່ດີ ຂອງ ອຸດສາຫະກຳພວກເຮົາ.

MMG ມີຄວາມພາກພູມໃຈ ໃນການເປັນສະມາຊິກຂອງ ICMM ທີ່ສະແດງໃຫ້ທົ່ວໂລກຮັບຮູ້ ວ່າ ພວກເຮົາຕ້ອງການ ຮັບຟັງ, ພົວພັນ ແລະ ຮຽນຮູ້. ການເປັນຄູ່ຮ່ວມງານກັບ ICMM ໄດ້ສະແດງເຖິງຄວາມມຸ່ງໝັ້ນຂອງພວກເຮົາໃນການປັບປຸງຮ່ວມກັນ ໃນຖານະທີ່ຢູ່ໃນອຸດສາຫະກຳບໍ່ແຮ່. ໂດຍການມຸ່ງໝັ້ນຕໍ່ ຫຼັກການຂອງ

ICMM, ພວກເຮົາສາມາດສ້າງຄວາມປ່ຽນແປງໃນທາງທີ່ດີຂຶ້ນ ໃນບ່ອນຕ່າງໆທີ່ພວກເຮົາດຳເນີນງານຢູ່. ພວກເຮົາຮູ້ວ່າ ດ້ວຍການ ປະຕິບັດ ຫຼັກການຂອງ ICMM ໃນແຕ່ລະວັນ ພວກເຮົາກໍຍັງຊຸກຍູ້ໃຫ້ບໍລິສັດຂຸດຄົ້ນບໍ່ແຮ່ທັງໝົດ ເຮັດວຽກຮ່ວມກັນ ເພື່ອສ້າງຜົນກະທົບໃນທາງບວກລະດັບໂລກ.

ທ່ານ ໄອດັນ ດາວີ, ຫົວໜ້າຝ່າຍການດຳເນີນງານຂອງ ICMM ໄດ້ກ່າວໃນບໍ່ດົນມານີ້ວ່າ ICMM ເຫັນຄຸນຄ່າຂອງຄູ່ຮ່ວມງານຕົນທຸກໆພາກສ່ວນ.

ຄວາມມຸ່ງໝັ້ນຂອງ MMG ໃນການຂຸດຄົ້ນບໍ່ແຮ່ບົນຫຼັກການ ໄດ້ຊ່ວຍໃຫ້ ICMM ຍົກລະດັບຄວາມຄາດຫວັງໃນດ້ານຜົນງານຂອງອຸດສາຫະກຳ. ຕັ້ງແຕ່ການເປັນສະມາຊິກຂອງ ICMM ໃນປີ 2009, MMG ໄດ້ສະແດງໃຫ້ເຫັນຄວາມເປັນຜູ້ນຳ ທີ່ພວກເຮົາຄາດຫວັງຈາກ ບັນດາບໍລິສັດທີ່ເປັນສະມາຊິກຂອງພວກເຮົາ ໃນການພົວພັນ ແລະ ຮັບມືກັບ ສິ່ງທ້າທາຍຂອງກາພັດທະນາແບບຍືນຍົງລະດັ ສາກົນ, ລະດັບຊາດ ແລະ ລະດັບທ້ອງຖິ່ນ.”

ເຄືອຂ່າຍຂອງ ICMM ສ້າງໂອກາດໃຫ້ພວກເຮົາເຕີບໂຕ ແລະ ຮຽນຮູ້ໄປພ້ອມກັນ ເພື່ອຮັບປະກັນໃຫ້ ອຸດສາຫະກຳຂອງພວກເຮົາ ສ້າງຄວາມແຕກຕ່າງໃນຫຼາຍໆບ່ອນທີ່ພວກເຮົາດຳເນີນງານ. ດ້ວຍການປ່ຽນແປງພຶດຕິກຳຂອງແຕ່ລະບໍລິສັດເທົ່ານັ້ນ ທີ່ຈະຊ່ວຍໃຫ້ພວກເຮົາ ຍົກມາດຕະຖານຂອງອຸດສາຫະກຳພວກເຮົາ.

ທີ່ MMG, ພວກເຮົາມຸ່ງໝັ້ນທີ່ຈະເຮັດໃນສ່ວນຂອງຕົນເອງ.

ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບ ຫຼັກການຂຸດຄົ້ນບໍ່ແຮ່ຂອງ ICMM, ເຂົ້າທີ່ ເວັບໄຊທ໌.

ເບິ່ງວີດີໂອນີ້ ຈາກ ອາດີດ ຜູ້ບໍລິຫານງານໃຫຍ່ຂອງພວກເຮົາ, ທ່ານ ເຈີຣີ ຈ່າວ, ເພື່ອຮັບຟັງວ່າ ເປັນຫຍັງ ການຂຸດຄົ້ນບໍ່ແຮ່ບົນຫຼັກການ ຈຶ່ງມີຄວາມສຳຄັນສຳລັບພວກເຮົາ.

Share
ການປະກອບສ່ວນຂອງທ່ານ
ບົດເລື່ອງທີ່ກ່ຽວຂ້ອງ