ຊຸມຊົນທ້ອງຖິ່ນ

ທີ່ MMG ພວກເຮົາຂຸດຄົ້ນແຮ່ ເພື່ອຄວາມກ້າວໜ້າ ໂດຍການລົງທຶນໃສ່ການປັບປຸງໂຄງລ່າງພື້ນຖານໃນຊຸມຊົນ ແລະ ຮັບປະກັນຄວາມສາມາດທາງດ້ານເສດຖະກິດໃນໄລຍະຍາວ.

 

ການພົວພັນກັບຜູ້ມີສ່ວນຮ່ວມທ້ອງຖິ່ນຂອງພວກເຮົາ ແມ່ນເນັ້ນໜັກໃນການສ້າງສາຍພົວພັນໄລຍະຍາວ, ອີງໃສ່ມຸມມອງຄວາມເຂົ້າໃຈຂອງທັງສອງຝ່າຍ, ຄວາມຄາດຫວັງ ແລະ ແຮງບັນດານໃຈຂອງຊຸມຊົນທີ່ເປັນສ່ວນໜຶ່ງໃນກິດຈະກຳຂອງພວກເຮົາ.

ການພົວພັນຮັບຮູ້ເຖິງຄວາມແຕກຕ່າງດ້ານຮູບແບບການດຳລົງຊີວິດໃນສັງຄົມ ແລະ ວັດຖະນະທຳ ທີ່ພວກເຮົາກຳລັງເຮັດວຽກຢູ່ ແລະ ຊອກຫາວິທີການເພື່ອຍົກສູງບົດບາດ ແລະ ສົ່ງເສີມການມີສ່ວນຮ່ວມຂອງແມ່ຍິງ, ຊາວໜຸ່ມ ແລະ ກຸ່ມຄົນທີ່ດ້ອຍໂອກາດ.

 

ໃນນາມກຸ່ມຄົນທີ່ໄດ້ຮັບຜົນກະທົບຈາກການດຳເນີນງານຂອງພວກເຮົາຫຼາຍທີ່ສຸດ, ພວກເຮົາຖືວ່າຊຸມຊົນເຈົ້າພາບຈະເປັນກຸ່ມໜຶ່ງທີ່ຈະຕ້ອງໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ. ໂດຍຜ່ານການຈ້າງງານໂດຍກົງ, ການພັດທະນາທຸລະກິດ ແລະ ການຈັດຊື້.

 

ພວກເຮົາຊອກຫາວິທີທາງເພື່ອຮັບປະກັນວ່າຊຸມຊົມມີສ່ວນຮ່ວມຢ່າງຫ້າວຫັນໃນທຸລະກິດຂອງພວກເຮົາ ແລະ ມີສ່ວນຮ່ວມໃນຜົນປະໂຫຍດທາງເສດຖະກິດ ແລະ ສັງຄົມ ຂອງການພັດທະນາຊັບພະຍາກອນ.

Share
ການປະກອບສ່ວນຂອງທ່ານ