ການນຳໃຊ້ເຕັກໂນໂລຊີໂທລະສັບມືຖື ເພື່ອປັບປຸງສຸຂະພາບແມ່ ແລະ ເດັກອ່ອນ ໃນສປປ ລາວ

Written by Mary Waite - UNICEF     May 28 2018 at 6:07 AM

ອົງການ UNICEF ແລະ ບໍລິສັດ MMG ໄດ້ຮ່ວມມືກັນໃນໄລຍະ 5 ປີຜ່ານມາ ເພື່ອປັບປຸງສຸຂະພາບຂອງເດັກອ່ອນ ແລະ ເດັກນ້ອຍໃນ ສປປ ລາວ ໂດຍຜ່ານໂຄງການ 1000 ວັນ. ໃນໄລຍະ 1000 ວັນທຳອິດ ຂອງການມີຊີວິດຂອງເດັກ ແມ່ນຖືວ່າມີຄວາມສຳຄັນທີ່ສຸດ ໃນການຮັບປະກັນຕໍ່ການພັດທະນາການທາງສະໝອງ ແລະ ກາຍະພາບຂອງເດັກອ່ອນ ແລະ ເດັກນ້ອຍ. ໂຄງການໄດ້ສືບຕໍ່ ສະໜອງໂພຊະນາການ ເພື່ອຊ່ວຍຊີວິດເດັກອ່ອນ ທີ່ຂາດສານອາຫານ ແລະ ສົ່ງເສີມການເບິ່ງແຍງສຸຂະພາບ ແລະ ສຸຂະສຶກສາດ້ານໂພຊະນາການໃຫ້ແກ່ແມ່.

ນອກຈາກນັ້ນ, ພວກເຮົາກຳລັງດຳເນີນໂຄງການການທົດລອງໃໝ່ ເພື່ອປັບປຸງການເກັບກຳຂໍ້ມູນ ແລະ ຕິດຕາມ ການນຳໃຊ້ເຕັກໂນໂລຊີໂທລະສັບມືຖື. ອົງການ UNICEF ໄດ້ຮຽນຮູ້ຈາກປະສົບການຜ່ານມາວ່າ ການປ່ອຍປະບັນຫາໂດຍທີ່ບໍ່ໄດ້ມີການປະເມີນວັດແທກ ສ່ວນຫຼາຍແມ່ນບໍ່ສາມາດແກ້ໄຂໄດ້ ແລະ ພວກເຂົານຳໃຊ້ຂໍ້ມູນຈາກການຕິດຕາມ ໃນການແຈ້ງຕໍ່ພາກສ່ວນທີ່ມີສິດຕັດສິນໃຈກ່ຽວຂ້ອງ ບໍ່ວ່າຈະເປັນໃນລະດັບຊາດ ແລະ ສາກົນ ໃຫ້ຮັບຮູ້ ກ່ຽວກັບຈຸດປະສົງໃນການປັບປຸງຊີວິດການເປັນຢູ່ຂອງເດັກນ້ອຍ.

ໃນປະເທດ ທີ່ປະຊາກອນສ່ວນໃຫຍ່ອາໄສຢູ່ເຂດຫ່າງໄກສອກຫຼີກ, ການເຂົ້າເຖິງແມ່ນມີຄວາມທ້າທາຍຫຼາຍ ໃນການສະໜອງການປິ່ນປົວສຸຂະພາບຂັ້ນພື້ນຖານ ທີ່ຢູ່ປະເທດອົດສະຕຣາລີ ຖືວ່າເປັນປັດໃຈພື້ນຖານສຳຄັນ. ຍ້ອນວ່າ ການເຂົ້າເຖິງເປັນສິ່ງທີ່ທ້າທາຍຫຼາຍ, ສະນັ້ນ ການເກັບກຳຂໍ້ມູນ ແລະ ການລາຍງານຖືວ່າມີຄວາມສຳຄັນ ໃນການຕິດຕາມ ແລະ ກວດກາເບິ່ງຄວາມກ້າວໜ້າ.

ເຫັນວ່າ ປະຊາກອນໃນສປປ ລາວ 90 ສ່ວນຮ້ອຍລ້ວນແລ້ວແຕ່ມີໂທລະສັບມືຖື, ໄດ້ມີການນຳໃຊ້ເຕັກໂນໂລຊີດັ່ງກ່າວ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ໂຄງການທົດລອງນີ້ ຊຶ່ງໄດ້ມີ ການນຳໃຊ້ຈໍພາບແບບພົກພາ ທີ່ສາມາດສະແດງຂໍ້ມູນດ້ານສຸຂະພາບໃຫ້ແກ່ ອາສາສະໝັກແພດ-ໝໍພາຍໃນບ້ານ ຜ່ານ ຫນ່ວຍຄວາມຈຳແບບພົກພາ ຊຶ່ງເຂົາສາມາດແບ່ງປັນຂໍ້ມູນກັບຊຸມຊົນ ແລະ ເຮັດໃຫ້ເຂົາເຈົ້າສາມາດລາຍງານຄືນຫາສູນກາງໄດ້ທັນທີ.

ການທົດລອງອັນທີ່ສອງກຳລັງຈະດຳເນີນຂື້ນ ກໍ່ຄືການໃຊ້ ຮູບແບບການຕອບໂຕ້ດ້ວຍສຽງ (IVR) ຊື່ງເປັນນະວັດຕະກຳ ທີ່ສາມາດ ຕິດຕາມສຸຂະພາບ ແລະ ໂພຊະນາການໃນທັນທີ ໂດຍຜ່ານການໂທລະສັບຈາກແພດໝໍຫາເບີສູນກາງແບບໂທຟຣີ. ລະບົບນີ້ ຈະລະບຸບັນຫາທີ່ຈະຕ້ອງລາຍງານທັນທີ ຕົວຢ່າງຈຳນວນເດັກທີ່ໄດ້ຮັບການສັກວັກແຊງ. ຜົນປະໂຫຍດຫຼັກຂອງລະບົບນີ້ກໍ່ຄື ເຮັດໃຫ້ແພດ-ໝໍສາມາດສະໜອງການປະເມີນໄດ້ທັນທີ ກ່ຽວກັບການບໍລິການສຸຂະພາບຮູບແບບໃດທີ່ມີຄວາມຕ້ອງການໃນແຕ່ລະຂົງເຂດ ແລະ ໃຫ້ການສະໜອງບຸກຄະລາກອນ, ການສະໜັບສະໜູນ ແລະ ການຝຶກອົບຮົມໃຫ້ແກ່ຂົງເຂດດັ່ງກ່າວຢ່າງພຽງພໍ ເພື່ອໃຫ້ການເບິ່ງແຍງດ້ານສຸຂະພາບທີ່ມີຄຸນນະພາບສູງແກ່ປະຊາກອນສ່ວນໃຫຍ່. ນອກນັ້ນ ຍັງສະໜອງຂໍ້ມູນທີ່ສາມາດແບ່ງປັນກັບລັດຖະບານ ເພື່ອໃຫ້ບູລິມະສິດດ້ານສຸຂະພາບທີ່ຈຳເປັນໃນແຕ່ລະຂົງເຂດ.

Share
ການປະກອບສ່ວນຂອງທ່ານ
ບົດເລື່ອງທີ່ກ່ຽວຂ້ອງ