ຄວາມຄືບໜ້າກ່ຽວກັບ ໂຄງການ 1000 ວັນ– ຂະຫຍາຍການປົກຄຸມເຂົ້າເຖິງແມ່ ແລະ ເດັກ

Written by Sonepraseuth Niradsay     March 5 2018 at 1:23 AM

ໂຄງການ 1000 ວັນ ເລັງເຫັນເຖິງຄວາມສຳຄັນຂອງໄລຍະ 1000 ວັນທຳອິດຂອງການມີຊີວິດຂອງເດັກ ຕໍ່ການພັດທະນາທາງສະໝອງ ແລະ ທາງກາຍະພາບ, ນັບຕັ້ງແຕ່ມື້ຢູ່ໃນຄັນແມ່ ຈົນຮອດອາຍຸ 2 ປີ. ໂຄງການພວມ ຫລຸດຜ່ອນອັດຕາເດັກເຕ້ຍຖາວອນ ແລະ ການຂາດທາດສັງກະສີທີ່ເຮັດໃຫ້ເປັນພະຍາດເລືອດຈາງ ໃນເດັກ ອາຍຸຕ່ຳກວ່າ ສອງປີ ຜ່ານແຜນງານສຸຂະສຶກສາແກ່ຊຸມຊົນ ແລະ ການແຈກຢາຍຝຸ່ນວິຕາມິນ ແລະ ເກືອແຮ່.

ໂດຍການຮ່ວມມືກັບ ອົງການ UNICEF, ສູນກາງສະຫະພັນແມ່ຍິງລາວ ແລະ ກະຊວງສາທາລະນະສຸກຂອງ ສປປ ລາວ, MMG ພວມ ສ້າງຄວາມອຸດົມຮັ່ງມີໃຫ້ແກ່ ຊຸມຊົນເຈົ້າພາບ ຜ່ານແຜນງານທີ່ ສ້າງຜົນປະໂຫຍດຍາວນານໃຫ້ແກ່ ສຸຂະພາບແມ່ ແລະ ເດັກໃນປະເທດ.

ນັບຕັ້ງແຕ່ປີ 2012 ເປັນຕົ້ນມາ, MMG ໄດ້ລົງທຶນ US$3 ລ້ານ ເພື່ອສະໜັບສະໜູນ ສຸຂະພາບແມ່ ແລະ ເດັກ ໃນ  ສປປ ລາວ.

MMG ສືບຕໍ່ມຸ່ງໝັ້ນເຮັດວຽກຮ່ວມກັບ ຄູ່ຮ່ວມພັດທະນາໂຄງການຂອງພວກເຮົາ ໃນການຈັດຕັ້ງປະຕິບັດ ໄລຍະທີ 2 ຂອງໂຄງການ. ໄລຍະທີ 2 ນີ້ ຈະສຸມໃສ່ ສະໜັບສະໜູນແມ່ ແລະ ເດັກ ໃນແຂວງ ສະຫວັນນະເຂດ, ສາລາວັນ ແລະ ອັດຕະປື ແລ້ວພ້ອມດຽວກັນນັ້ນກໍ ຂະຫຍາຍການຊ່ວຍເຫຼືອໄປຍັງ ແຂວງຫົວພັນ.

ໄລຍະທີ 1 ຂອງໂຄງການໄດ້ ແຈກຢາຍຝຸ່ນວິຕາມິນ ແລະ ເກືອແຮ່ (‘ຊຸບເປີຄິດ’), ຈັດແຜນງານຝຶກອົບຮົມ, ແລະ ສະໜອງການບໍລິການດ້ານສາທາລະນະສຸກເຊັ່ນ ການຊັກວັກແຊັງ, ການຕິດຕາມກວດສຸຂະພາບ ແລະ ສຸຂະສຶກສາຕ່າງໆ. ທ່ານສາມາດອ່ານເພີ່ມເຕີມກ່ຽວກັບ ໂຄງການ 1000 ວັນ ຂອງພວກເຮົາໄດ້ ທີ່.

ມາຮອດປັດຈຸບັນ, ໂຄງການ 1000 ວັນ ໄດ້ຊ່ວຍເດັກນ້ອຍຫຼາຍກວ່າ 150,000 ຄົນ ແລະ ຄອບຄົວຂອງເຂົາເຈົ້າ, ໄດ້ແຈກຢາຍຝຸ່ນວິຕາມິນ ແລະ ເກືອແຮ່ ‘ຊຸບເປີຄິດ’ ປະມານ 3 ລ້ານຫໍ່ ແລະ ໄດ້ຝຶກອົບຮົມພະນັກງານສຸກສາລາ ແລະ ສະຫະພັນແມ່ຍິງບ້ານຫຼາຍກວ່າ 1,900 ຄົນ ທີ່ ອາສາສະໝັກ ຖ່າຍທອດຄວາມຮູ້ກ່ຽວກັບ ສຸຂະພາບ ແລະ ໂພຊະນາການ ໃຫ້ແກ່ ຊຸມຊົນ. ລະດັບເດັກເຕ້ຍຖາວອນ ແລະ ພະຍາດເລືອດຈາງ ໃນ 4 ແຂວງໄດ້ປັບປຸງຢ່າງມະຫາສານ ຈາກປີ 2012 ຫາ 2015, ຊຶ່ງ ລະດັບພະຍາດເລືອດຈາງໄດ້ຫລຸດລົງ 4,4% ແລະ ອັດຕາເດັກເຕ້ຍຖາວອນຫຼຸດລົງ ຈາກ 54% ເຫຼືອພຽງ 41%.

ອົງປະກອບໜຶ່ງຂອງ ໂຄງການ 1000 ວັນ ທີ່ມີຜົນກະທົບອັນຍິ່ງໃຫຍ່ແມ່ນ ແຜນງານສຶກສາອົບຮົບກ່ຽວກັບການລ້ຽງລູກດ້ວຍນົມແມ່, ຊຶ່ງໄດ້ຮັບການຈັດຕັ້ງປະຕິບັດໂດຍ ສະຫະພັນແມ່ຍິງລາວ.

ທ່ານນາງ ຣີແບກາ ໂກເຟດ, ຜູ້ປະສານງານໂຄງການປະຈຳ UNICEF ອົດສະຕຣາລີ ໄດ້ກ່າວວ່າ: “ແຜນງານສຶກສາອົບຮົມກ່ຽວກັບການລ້ຽງລູກດ້ວຍນົມແມ່ ຖືວ່າເປັນໂຄງການທີ່ມີປະສິດທິຜົນຍິ່ງ ໂດຍສະເພາະໃນປະເທດທີ່ດັ່ງເດີມ ແມ່ຈະລ້ຽງລູກດ້ວຍເຂົ້າໜຽວເປັນຫຼັກ. ອັນນີ້ຈະມີຜົນຖາວອນຕໍ່ ພັດທະນາການຂອງຮ່າງກາຍ ແລະ ມັນສະໝອງອັນເປັນຜົນມາຈາກໂລກເຕ້ຍຖາວອນ ແລະ ການຂາດໂພຊະນາການ.  ແຜນງານລ້ຽງລູກດ້ວຍນົມແມ່ນີ້ ໄດ້ຮັບຜົນສຳເລັດເປັນຢ່າງຍິ່ງ. ແຜນງານລິເລີ່ມນີ້ ມີຄວາມສຳຄັນ ເພື່ອໃຫ້ປະຕິບັດໄປຄຽງຄູ່ກັບ ການແຈກຢາຍຝຸ່ນວິຕາມິນ ແລະ ເກືອແຮ່ ຍ້ອນວ່າ ມັນເປັນວິທີການສະໜັບສະໜູນ ໂພຊະນາການໃນພາບລວມຂອງເດັກ ໃນໄລຍະ 1000 ວັນຂອງການມີຊີວິດຂອງເຂົາເຈົ້າ.”

ວຽກງານທີ່ສຳຄັນນີ້ ລະຫວ່າງ MMG, ຄູ່ຮ່ວມງານຜູ້ມີປະສົບການ, ລັດຖະບານ ແລະ ຊຸມຊົນທ້ອງຖິ່ນ ສືບຕໍ່ ນຳຜົນໄດ້ຮັບ ແລະ ໂອກາດ ທີ່ເປັນຮູບປະທຳ ມາໃຫ້ແກ່ ຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອຢ່າງແທ້ຈິງ.

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ ໂຄງການ 1000 ວັນ, ກະລຸນາເບິ່ງ ວີດີໂອ ຂ້າງເທິງ.

Share
ການປະກອບສ່ວນຂອງທ່ານ
ບົດເລື່ອງທີ່ກ່ຽວຂ້ອງ