ບໍລິສັດ MMG ລ້ານຊ້າງ ມິນເນໂຣນສ໌ ລິມິເຕັດ ສະໜັບສະໜູນ ວຽກງານເກັບກູ້ລະເບີດບໍ່ທັນແຕກ ໃນ ສປປ ລາວ

Written by Saman Aneka     April 4 2018 at 11:44 PM

ບໍ່ຄຳ-ທອງ ຂອງບໍລິສັດ MMG ລ້ານຊ້າງ ມິນເນໂຣນສ໌ ລິມິເຕັດ (LXML) ຕັ້ງຢູ່ ເຂດຫ່າງໄກສອກຫຼີກ ເຂດ ເມືອງວິລະບູລີ ໃນແຂວງສະຫວັນນະເຂດ ແລະ ທັງເປັນເມືອງໜຶ່ງ ທີ່ຖືກຖິ້ມລະເບີດລົງໃສ່ຫຼາຍທີ່ສຸດໃນປະເທດ.

ສປປ ລາວ ເປັນປະເທດທີ່ຖືກຖິ້ມລະເບີດ ຕໍ່ຫົວຄົນ ທີ່ໜັກໜ່ວງທີ່ສຸດໃນໂລກ. ໃນລະຫວ່າງປີ 1964 ຫາ 1973 ແມ່ນມີການຖິ້ມລະເບີດ ຫຼາຍກວ່າ 2 ລ້ານ ໂຕນ ລົງໃສ່ໃນປະເທດລາວ ຊຶ່ງໃນນັ້ນ ມີປະມານ 30% ແມ່ນຍັງບໍ່ທັນໄດ້ແຕກເທື່ອ.  ລະເບີດກະປາງ ຫຼື ບົມບີ້ (ຕາມພາສາທ້ອງຖິ່ນ) ແມ່ນຕົກຄ້າງຫຼາຍທີ່ສຸດໃນຜືນແຜ່ນດິນລາວ ກໍຄື ຫຼາຍກວ່າທີ່ມີໃນອາຊີອາຄະເນ. ຄາດວ່າ ໄດ້ມີບົມບີ້ຫຼາຍກວ່າ 270 ລ້ານໜ່ວຍ ທີ່ໄດ້ຖືກຖິ້ມລົງໃສ່ ສປປ ລາວ. ໃນນັ້ນ ມີບົມບີ້ປະມານ 80 ລ້ານໜ່ວຍ ທີ່ຍັງບໍ່ທັນແຕກ ແລະ ຍັງເປັນອັນຕະລາຍຢ່າງໜັກຕໍ່ປະຊາຊົນໃນປະເທດ.

ພາຍຫຼັງສົງຄາມໂລກໃນລະຫວ່າງປີ 1974 ຫາ 2018, ແມ່ນໄດ້ມີປະຊາຊົນຫຼາຍກວ່າ 21.000 ຄົນ ທີ່ໄດ້ເສຍຊີວິດ ຫຼື ຖືກບາດເຈັບ ຍ້ອນອຸປະຕິເຫດຈາກລູກລະເບີດທີ່ບໍ່ທັນແຕກ ຫຼື UXO, ຊຶ່ງໃນນັ້ນ 25% ແມ່ນເກີດຂຶ້ນຢູ່ໃນ ແຂວງສະຫວັນນະເຂດ. ຄວາມສ່ຽງດັ່ງກ່າວ ໄດ້ເປັນສິ່ງທ້າທາຍສະເພາະ ຕໍ່ວຽກງານຂຸດຄົ້ນບໍ່ແຮ່, ຕໍ່ໂຄງການພັດທະນາ ແລະ ຕໍ່ກັບການຜະລິດກະສິກຳອື່ນໆ ໃນຂົງເຂດດັ່ງກ່າວ.

ບໍລິສັດ LXML ແມ່ນຂຸດຄົ້ນບໍ່ແຮ່ເພື່ອຄວາມກ້າວໜ້າ, ເພື່ອສ້າງຄວາມຮັ່ງມີໃຫ້ແກ່ພະນັກງານ, ຊຸມຊົນທ້ອງຖິ່ນ ແລະ ບັນດາຜູ້ມີສ່ວນຮ່ວມ. ເພື່ອໃຫ້ບັນລຸໄດ້ຕາມຄາດໝາຍທີ່ໄດ້ຕັ້ງໄວ້ນັ້ນ, ພວກເຮົາຕ້ອງຮັບປະກັນໃຫ້ພະນັກງານ ແລະ ຊຸມຊົນຂອງພວກເຮົານັ້ນ ໄດ້ມີຄວາມປອດໄພ. ບໍລິສັດບໍ່ພຽງແຕ່ຂຸດຄົ້ນບໍ່ແຮ່ເທົ່ານັ້ນ, ແຕ່ພວກເຮົາຍັງນຳເອົາວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ນີ້ ເຂົ້າມາເປັນວຽກງານໜຶ່ງທີ່ສຳຄັນ ໃນວົງຈອນການຂຸດຄົ້ນ-ປຸງແຕ່ງ-ຜະລິດບໍ່ແຮ່ຂອງພວກເຮົາ. ໃນທ້າຍທີ່ສຸດ, ແນວທາງດັ່ງກ່າວ ກໍຈະປະກອບສ່ວນ ໃນການປັບປຸງຊີວິດການເປັນຢູ່ຂອງຊຸມຊົນ ເຮັດໃຫ້ເຂົາເຈົ້າດຳລົງຊີວິດໄດ້ຢ່າງປອດໄພຂຶ້ນພ້ອມທັງກຳຈັດອຸປະສັກທີ່ຈະກະທົບຕໍ່ການພັດທະນາຕ່າງໆ.

ບໍລິສັດ LXML ທຳການຂຸດຄົ້ນບໍ່ແຮ່ ແລະ ຊ່ວຍຮັກສາຊີວິດຂອງປະຊາຊົນ ດ້ວຍຍຸດທະສາດການລົງທຶນໃສ່ ການປັບປຸງບຸກຄະລາກອນ ທັງໃນທາງດ້ານລະບົບ ແລະ ເຄື່ອງມືອຸບປະກອນ ໃນການກວດລະເບີດ  ເພື່ອຍົກລະດັບຄວາມອາດສາມາດທາງວິຊາການ ແລະ ປັບປຸງວິທີການເກັບກູ້ລະເບີດ ສຳລັບຄົນຮຸ່ນໄໝ່ໃນອານາຄົດຂອງ ສປປ ລາວ.

 

ຜົນງານທາງດ້ານວຽກງານ UXO ທີ່ຄິດເປັນໂຕເລກ

ຈຳນວນ 80% ຂອງເນື້ອທີ່ສຳປະທານທັງໝົດ 125.000 ເຮັກຕາ ທີ່ລັດຖະບານ ໄດ້ເຊັນໃຫ້ແກ່ບໍລິສັດ LXML ແມ່ນໄດ້ຖືກຖິ້ມລະເບີດລົງໃສ່ຢ່າງໜັກໜ່ວງ ໃນໄລຍະສົງຄາມອິນໂດຈີນ ຊຶ່ງ ກວມເອົາເສັ້ນທາງ “ໂຮ່ຈີມິນ”. ນັບຕັ້ງແຕ່ປີ 1996 ເປັນຕົ້ນມາ, ບໍລິສັດ LXML ໄດ້ລົງທຶນຫຼາຍກວ່າ US$45 ລ້ານ ເຂົ້າໃນການແກ້ໄຂບັນຫາລະເບີດທີ່ຍັງເຫຼືອຄ້າງ, ໄດ້ເກັບກູ້ລະເບີດທີ່ຍັງບໍ່ທັນແຕກກວມໃນເນື້ອທີ່ 2.900 ເຮັກຕາ ແລະ ໄດ້ທຳລາຍລະເບີດບໍ່ທັນແຕກໄດ້ 58.000 ລູກ.

ບໍລິສັດ LXML ມຸ່ງໝັ້ນ ຈັດຕັ້ງປະຕິບັດລະບຽບການເກັບກູ້ລະເບີດທີ່ບໍ່ທັນແຕກຢູ່ ບໍ່ຄຳ-ທອງເຊໂປນ. ວຽກງານດັ່ງກ່າວແມ່ນຕ້ອງປະຕິບັດກ່ອນວຽກງານຂຸດຄົ້ນບໍ່ແຮ່ໃດໆທັງໝົດ ແລະ ຍັງໄດ້ຊ່ວຍສະໜັບສະໜູນໂຄງການກ່ຽວຂ້ອງອື່ນໆ ພ້ອມທັງສະໜັບສະໜູນໃຫ້ແກ່ກິດຈະກຳຂອງຊຸມຊົນ ກໍຄື ໃນພື້ນທີ່ຂຸດຄົ້ນວັດຖຸບູຮານ. ວິທີການປະຕິບັດຢູ່ ບໍ່ຄຳ-ທອງເຊໂປນ ມີດັ່ງຕໍ່ໄປນີ້:

  • ການເກັບກູ້ UXO ກ່ອນລົງສຳຫຼວດບໍ່ແຮ່ – ກ່ອນຈະມີການລົງສຳຫຼວດບໍ່ແຮ່ໃນຊຸມປີ 1990 ແມ່ນໄດ້ມີການເກັບກູ້ລະເບີດ ແລະ ຂະຫຍາຍເສັ້ນທາງທ້ອງຖິ່ນ ອັນໄດ້ເຮັດໃຫ້ປະຊາຊົນທ້ອງຖິ່ນ ສາມາດເຂົ້າເຖິງໄຮ່ນາ ແລະ ຮົ້ວສວນຂອງເຂົາເຈົ້າ ໄດ້ໂດຍສະດວກ ແລະ ມີຄວາມປອດໄພກວ່າແຕ່ກ່ອນ.
  • ການເກັບກູ້ UXO ກ່ອນວຽກງານວິສາວະກຳກໍ່ສ້າງ – ກ່ອນຈະມີການບູລະນະເສັ້ນທາງເລກທີ 28A ທີ່ເຊື່ອມຈອດກັບຖະໜົນເລກທີ 9 (ເສັ້ນທາງໃຫຍ່ເຊື່ອມຕໍ່ພາກຕາເວັນອອກ-ຕາເວັນຕົກຂອງແຂວງສະຫວັນນະເຂດ), ແມ່ນໄດ້ມີການກວດ-ເກັບກູ້ໃນລະດັບຕື້ນ ແລະ ໃນລະດັບເລິກໃນຕະຫຼອດເສັ້ນທາງດັ່ງກ່າວ. ໃນນັ້ນ, ໄດ້ເກັບກູ້ລູກບົມບີ້, ບົມໃຫຍ່, ລູກປືນໃຫຍ່ ແລະ ສຳພາວຸດອື່ນໆ ໄດ້ຫຼາຍພັນລູກ ອັນໄດ້ເຮັດໃຫ້ການນຳໃຊ້ຖະໜົນຂອງຊຸມຊົນເມືອງວິລະບູລີ ໄດ້ມີຄວາມປອດໄພກວ່າເກົ່າ.
  • ການເກັບກູ້ UXO ເພື່ອສະໜັບສະໜູນໂຄງການພັດທະນາ – ບໍລິສັດ LXML ໄດ້ຮ່ວມມືກັບອົງການ “ຊັນລະບົບ” ເພື່ອສະໜັບສະໜູນການສະໜອງນ້ຳທີ່ສະອາດ-ປອດໄພ ແລະ ຍືນຍົງໃຫ້ແກ່ບັນດາບ້ານຕ່າງໆ ໃນເມືອງວິລະບູລີ ໂດຍນຳໃຊ້ປ້ຳນ້ຳ ທີ່ນຳໃຊ້ພະລັງງານແສງອາທິດ ເພື່ອດູດນ້ຳຈາກຂຸມສ້າງທີ່ເລິກສົມຄວນ ຊຶ່ງເປັນທີ່ແນ່ນອນແລ້ວວ່າ ຈະບໍ່ສາມາດປ້ຳໄດ້ຈາກເຄື່ອງປ້ຳນ້ຳດ້ວຍມື. ໂຄງການດັ່ງກ່າວໄດ້ເປັນຜົນໃຫ້ ໄດ້ມີການເກັບກູ້ລູກລະເບີດທີ່ບໍ່ທັນແຕກ UXO ໃຫ້ແກ່ບັນດາບ້ານເປົ້າໝາຍ ຈຳນວນ 12 ບ້ານ ກວມເອົາສະມາຊິກຊຸມຊົນ ຈຳນວນ 3.400 ຄົນ. ໂຄງການປູກໝາກກ້ຽງ ຊຶ່ງເປັນການຮ່ວມມືກັບ ບໍລິສັດ “ໄອຣອນບາກ” ຈາກປະເທດອົດສະຕຣາລີ ໄດ້ສ້າງໂອກາດໃຫ້ຊາວກະສິກອນລາວ ໄດ້ຫັນຈາກການທຳກະສິກຳແຕ່ພໍກຸ້ມຢູ່-ກຸ້ມກິນ ຫັນມາສູ່ການກະສິກຳເພື່ອເປັນສິນຄ້າ ດ້ວຍເຕັກໂນໂລຊີການປູກໝາກກ້ຽງທີ່ທັນສະໄໝ ແລະ ດີທີ່ສຸດ. ໃນນັ້ນ, ໄດ້ມີການເກັບກູ້ລູກລະເບີດທີ່ບໍ່ທັນແຕກ UXO ກ່ອນການປູກຝັງໃດໆຈະເລີ່ມຂຶ້ນ. ມາຮອດປັດຈຸບັນ, ຜູ້ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການດັ່ງກ່າວ ສາມາດປູກໝາກກ້ຽງໄດ້ກວມເອົາເນື້ອທີ່ ຈຳນວນ 22 ເຮັກຕາ.

 

ດ້ານບຸກຄະລາກອນ – ການຍົກລະດັບຄວາມສາມາດໃນທ້ອງຖິ່ນ

ບໍລິສັດ LXML ໄດ້ສະໜັບສະໜູນ ຫຼັກສູດຝຶກອົບຮົມຂັ້ນອາວຸໂສ ກ່ຽວກັບການທຳລາຍລະເບີດ ເປັນຄັ້ງທີ 5 ພາຍໃຕ້ ຄະນະກຳມະການຄຸ້ມຄອງແຫ່ງຊາດ (5th NRA Senior Explosive Ordnance Disposal ຫຼື SEOD) ເພື່ອສ້າງຄວາມອາດສາມາດໃຫ້ແກ່ນັກວິຊາການລາວ ໃນດ້ານວຽກງານການທຳລາຍລະເບີດໃຫ້ໄດ້ຮັບຄຸນວຸດທິທີ່ສູງສຸດ ອັນເປັນທີ່ຍອມຮັບໃນລະດັບສາກົນ ແລະ ມີປະສົບການທາງດ້ານເຕັກນິກການກວດ-ເກັບກູ້ລະເບີດທີ່ບໍ່ທັນແຕກ. ຫຼັກສູດຝຶກອົບຮົມນີ້ ໄດ້ດຳເນີນໄປພາຍໃຕ້ກອບການຮ່ວມມືກັບພາກສ່ວນເອກະຊົນ, ພາກສ່ວນກອງທັບລາວ, ແລະ ອົງການຊ່ວຍເຫຼືອ ໃນຄັ້ງນີ້ ແມ່ນຖືວ່າເປັນຫຼັກສູດຝຶກອົບຮົມທຳອິດ ເທົ່າທີ່ເຄີຍມີມາ.

ໃນປີ 2016, ໄດ້ມີພະນັກງານບໍລິສັດ LXML 35 ທ່ານ ທີ່ໄດ້ສຳເລັດຫຼັກສູດຝຶກອົບຮົມ ກ່ຽວກັບ ການທຳລາຍລະເບີດໃນລະດັບຂັ້ນທີ 1 ແລະ ຂັ້ນທີ 2 ອັນໄດ້ເພີ່ມຈຳນວນວິຊາການຄົນລາວ ທີ່ມີຄຸນວຸດທິ ມີຄວາມສາມາດໃນວຽກງານການກວດ-ເກັບກູ້-ທຳລາຍລູກລະເບີດທີ່ບໍ່ທັນແຕກ UXO ຂຶ້ນ. ນອກຈາກນີ້ ກໍຍັງມີພະນັກງານ ຈຳນວນ 9 ຄົນ ທີ່ໄດ້ສຳເລັດການຝຶກອົບຮົມໃນການເປັນ “ຜູ້ນຳທາງ” ກ່ອນການກວດລູກລະເບີດ, ຊຶ່ງເປັນການຝຶກອົບຮົມຂອງບໍລິສັດ ສຳລັບຜູ້ທີ່ໄດ້ສຳເລັດໃນຂັ້ນພື້ນຖານ ຂອງ ຫຼັກສູດທຳລາຍລະເບີດຂັ້ນທີ 1. “ຜູ້ນຳທາງ” ຈະຖືກຝຶກເພື່ອໃຫ້ຕິດຕາມວິຊາການຈາກພາກສ່ວນອື່ນໆ (ເຊັ່ນ ພະນັກງານຈາກພະແນກທໍລະນີສາດ, ສິ່ງແວດລ້ອມ ແລະ ພະແນກພົວພັນຊຸມຊົນ) ເພື່ອນຳພາເຂົາເຈົ້າເດີນໄປໃນເສັ້ນທາງທີ່ປອດໄພທີ່ສຸດ ຊຶ່ງສ່ວນໃຫຍ່ແມ່ນເສັ້ນທາງທີ່ບໍ່ເຄີຍໄດ້ມີການກວດກາ-ເກັບກູ້ລະເບີດມາເທື່ອ ແລະ ອາດມີຈະລະເບີດທີ່ຍັງບໍ່ທັນແຕກ ຫຼົງເຫຼືອຢູ່.

 

ລະບົບ – ໃນການເພີ່ມຄວາມໄວ ແລະ ເພີ່ມຄວາມຖືກຕ້ອງໃນການກວດຄົ້ນ UXO

ບໍລິສັດ LXML ສືບຕໍ່ຄົ້ນຫາ ແລະ ລົງທຶນໃສ່ເຕັກໂນໂລຊີເພື່ອ ປັບປຸງປະສິດທິຜົນໃນການລະບຸ ແລະ ການກວດຄົ້ນ UXO, ໂດຍສະເພາະ ແມ່ນວິທີການກວດກູ້ລະເບີດ ທີ່ນຳໃຊ້ລະບົບ “ຈີໂອຟີຊິກ” ຂັ້ນສູງ ແລະ ການນຳໃຊ້ກົນຈັກຊ່ວຍເຂົ້າໃນວຽກງານເກັບກູ້ລະເບີດທີ່ບໍ່ທັນແຕກ.

ໃນປີ 2015, ບໍລິສັດ LXML ໄດ້ແນະນຳອຸປະກອບໃໝ່ ແນໃສ່ໃຫ້ມີການປັບປຸງການກວດຄົ້ນ UXO.  ລະບົບກວດຄົ້ນລະເບີດໃນຊັ້ນທີ່ເລິກ “UltraTEM II” ຊຶ່ງໄດ້ຖືກພັດທະນາຂຶ້ນໂດຍບໍລິສັດອົດສະຕຣາລີ ຊື່: “Gap Explosive Ordnance Detection” (“Gap EOD”) ແມ່ນສາມາດກວດຄົ້ນລະເບີດ UXO ໄດ້ໃນຄວາມເລິກເຖິງ 3,5 ແມັດ.

ລະບົບໃໝ່ນີ້ ສາມາດໃຈ້ແຍກປະເພດຊອງລະເບີດໄດ້ຢ່າງລະອຽດ ພ້ອມທັງໄລຍະຫ່າງຂອງລະເບີດທີ່ຢູ່ໃກ້ກັນ, ຕອບສະໜອງການປະເມີນຈຸດທີ່ຕັ້ງ ແລະ ຄວາມເລິກຂອງລູກລະເບີດໄດ້ຢ່າງຖືກຕ້ອງ ແລະ ຍັງສາມາດສ້າງພາບ “ດີຈີຕອນ” ທີ່ສາມາດກວດສອບຄືນໄດ້. ລະບົບ “UltraTEM” ນີ້ ສາມາດກວດຄົ້ນ UXO ພາຍໃນຮອບດຽວໃນທຸກໆປະເພດຂອງດິນ ອັນເຮັດໃຫ້ວຽກງານດັ່ງກ່າວ ສາມາດປະຕິບັດໄດ້ໄວຂຶ້ນ ແລະ ຊັດເຈນກວ່າເກົ່າ ຊຶ່ງເໝາະສົມສຳລັບສະພາບແວດລ້ອມການຂຸດຄົ້ນບໍ່ແຮ່ຢູ່ ບໍ່ຄຳ-ທອງເຊໂປນ ທີ່ສຸດ.

ບໍລິສັດ LXML ມີຄວາມໝາຍໝັ້ນສູງໃນການປະກອບສ່ວນຕໍ່ການປັບປຸງວຽກງານເກັບກູ້ລະເບີດຢ່າງຕໍ່ເນື່ອງ ແລະ ໄດ້ສະໜັບສະໜູນຢ່າງເຕັມທີ່ ໂດຍການເຂົ້າຮ່ວມໃນວຽກງານການຫັນເປັນມາດຕະຖານ ແລະ ການລົງທົດລອງພາກສະໜາມຢູ່ໃນ   ສປປ ລາວ. ບໍລິສັດຂອງພວກເຮົາຍັງໄດ້ນຳບົດຮຽນ ແລະ ປະສົບການ ກໍຄື ເຕັກໂນໂລຊີຕ່າງໆ ໄປແບ່ງປັນ ໃຫ້ກັບພາກສ່ວນທີ່ເຮັດວຽກງານດ້ານການເກັບກູ້ລະເບີດທີີ່ບໍ່ທັນແຕກໃນ ສປປ ລາວ.

 

ການຮັບປະກັນ ມາດຕະຖານຄຸນນະພາບ ຂອງວຽກງານເກັບກູ້ UXO

ຕະຫຼອດປີ 2017, ບໍລິສັດ LXML ໄດ້ເນັ້ນໜັກຄຸນນະພາບທາງດ້ານການປະຕິບັດງານ ດ້ວຍການແນະນຳ ໂດຍມີການນຳໃຊ້ລູກລະເບີດທົດລອງ (Free Form Explosive ຫຼື FFE) ຝັງຕາມເນື້ອທີ່ດິນ ທີ່ມີແຜນກວດລະເບີດທີ່ບໍ່ທັນແຕກ.  ການນຳໃຊ້ເຕັກນິກໃນຮູບແບບນີ້ ກໍເພື່ອໃຫ້ຮັບປະກັນວ່າ ພະນັກງານເກັບກູ້ລະເບີດຂອງບໍລິສັດ LXML ແມ່ນໄດ້ມີຄວາມເອົາໃຈໃສ່ຕໍ່ການປະຕິບັດງານ ແລະ ມີຜົນການປະຕິບັດງານທີ່ມີຄຸນນະພາບສູງຢ່າງຕໍ່ເນື່ອງ ຕໍ່ວຽກງານເກັບກູ້ລະເບີດ ແລະ ທັງເປັນການປະກອບສ່ວນ ອັນພົ້ນເດັ່ນໃນການເສີມສ້າງຄວາມປອດໄພ ໃຫ້ແກ່ວຽກງານຂຸດຄົ້ນບໍ່ແຮ່ ແລະ ຊຸມຊົນອ້ອມຂ້າງ.

ໃນແຕ່ລະວັນ, ຝ່າຍປະສານງານທາງດ້ານການເກັບກູ້ລະເບີດຂອງບໍລິສັດ LXML ໄດ້ດຳເນີນການຝັງລູກລະເບີດປອມ “BLU 26” ເຄິ່ງໜ່ວຍ-ເປັນຢ່າງນ້ອຍ (ລູກລະເບີດບົມບີ້ລຸ້ນ “BLU 26” ເຄິ່ງປ່ຽງ) ຕໍ່ການສຸ່ມກວດຄຸນນະພາບ ການນຳໃຊ້ເຄື່ອງກວດລະເບີດຈຳນວນ 12 ເຄື່ອງ.

 

ການແບ່ງປັນຄວາມຮູ້ກ່ຽວກັບ UXO ໃຫ້ເກີດຜົນປະໂຫຍດ – ເພື່ອຄວາມປອດໄພຂອງພະນັກງານ ແລະ ຊຸມຊົນ

ບໍລິສັດ LXML ມີຄວາມພູມໃຈທີ່ທີມງານເກັບກູ້ລະເບີດໄດ້ບັນລຸໄດ້ ໃນການດຳເນີນງານທີ່ປັດສະຈາກ ການບາດເຈັບຈາກລູກລະເບີດບໍ່ທັນແຕກ. ຜົນງານດັ່ງກ່າວ ແມ່ນສະທ້ອນເຖິງຄວາມມຸ່ງໝັ້ນໃນການເປັນເຈົ້າການຍຶດຖື ແລະ ປະຕິບັດອຸດົມການທີ່ສຳຄັນຂອງບໍລິສັດ ກໍຄື: ‘ພວກເຮົາຄິດເຖິງຄວາມປອດໄພເປັນສິ່ງທຳອິດ’ ຢ່າງສະເໝີຕົ້ນ-ສະເໝີປາຍ ເພາະວຽກງານຂອງພວກເຮົາມີຄວາມສ່ຽງອັນຕະລາຍ ຢ່າງເປັນພິເສດ.

ໃນປີ 2017, ໄດ້ມີພະນັກງານ ແລະ ຜູ້ຮັບເໝົາຂອງບໍລິສັດ LXML ປະມານ 50 ຄົນໄດ້ຮ່ວມແຮງຮ່ວມໃຈກັນເຂົ້າຮ່ວມງານວັນເຜີຍແຜ່ກ່ຽວກັບລະເບີດບໍ່ທັນແຕກ. ຈຸດປະສົງຂອງງານນີ້ ກໍແມ່ນເພື່ອເຜີຍແຜ່ຄວາມຮູ້ກ່ຽວກັບຄວາມອັນຕະລາຍຂອງລະເບີດບໍ່ທັນແຕກ ແລະ ເພື່ອສະແດງໃຫ້ເຫັນວ່າ: ທີມງານເກັບກູ້ລະເບີດ ທີ່ພຽບພ້ອມໄປດ້ວຍຄຸນວຸດທິ ແລະ ທັກສະທີ່ສູງ ໄດ້ປະກອບສ່ວນເຮັດໃຫ້ສະຖານທີ່ເຮັດວຽກ ແລະ ຊຸມຊົນອ້ອມຂ້າງບໍ່ຄຳ-ທອງເຊໂປນ ນັ້ນ ໄດ້ຮັບຄວາມປອດໄພແນວໃດ.

ຖ້າປັດສະຈາກການເກັບກູ້ UXO ແລ້ວ, ແນ່ນອນວ່າ: ທີ່ບໍ່ຄຳ-ທອງເຊໂປນ ກິດຈະກຳຂຸດຄົ້ນແຮ່ ກໍຈະບໍ່ສາມາດປະຕິບັດໄປໄດ້ຢ່າງປອດໄພ. ສະນັ້ນ, ບໍລິສັດຈຶ່ງໄດ້ເອົາໃຈໃສ່ ໃຫ້ພະນັກງານຂອງຕົນ ມີຄວາມຮູ້ກ່ຽວກັບຄວາມສ່ຽງຕ່າງໆທີ່ກ່ຽວຂ້ອງ ແລະ ໝັ້ນໃຈ ກໍຄື: ສາມາດນຳເອົາຄວາມຮູ້ໄປແບ່ງປັນໃຫ້ກັບຄອບຄົວ, ໝູ່ເພື່ອນ ແລະ ຊຸມຊົນ ຕໍໆໄປ ເພື່ອໃຫ້ຮັບຮູ້ໄດ້ເຖິງອັນຕະລາຍຂອງ UXO ແລະ ໄດ້ຮັບຄຳແນະນຳຈາກຜູ້ຊ່ຽວຊານ-ທີ່ຊຳນານງານ ຢູ່ໃນບໍ່ຄຳ-ທອງເຊໂປນ ແລະ ອົງການອື່ນໆທີ່ກ່ຽວຂ້ອງ ທີ່ສາມາດເຂົ້າເຖິງໄດ້ຢູ່ສະເໝີ.

ບໍລິສັດ LXML ຍັງໄດ້ສະໜັບສະໜູນທຶນໃຫ້ແກ່ໂຄງການຮ່ວມມືດ້ານອົງຄະທຽມ ແລະ ເຄື່ອງຄ້ຳຊູ (Cooperative Orthotic and Prosthetic Enterprise ຫຼື COPE) ທີ່ນະຄອນຫຼວງວຽງຈັນ, ເພື່ອປະກອບສ່ວນໃຫ້ແກ່ວຽກງານຂອງໂຄງການດັ່ງກ່າວ ໃນການຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກລະເບີດທີ່ບໍ່ທັນແຕກໃນ ສປປ ລາວ ແລະ ປະກອບສ່ວນໃນງານປຸກລະດົມເຜີຍແຜ່ຕ່າງໆຂອງໂຄງການ.

ການເຄື່ອນໄຫວຂອງບໍລິສັດ LXML ໃນ ສປປ ລາວ ໄດ້ປະກອບສ່ວນຫລຸດຜ່ອນອຸປະສັກທີ່ຈະມີຜົນກະທົບຕໍ່ການພັດທະນາ ແລະ ໄດ້ເຮັດໃຫ້ປະຊາຊົນມີຄວາມປອດໄພ ດ້ວຍການຍົກລະດັບຄວາມສາມາດ, ດ້ວຍການລົງທຶນໃນເຕັກໂນໂລຊີທີ່ນຳໜ້າຂອງໂລກ, ແລະ ເຜີຍແຜ່ຄວາມຮູ້ກ່ຽວກັບລະເບີດທີ່ບໍ່ທັນແຕກ ຜ່ານການຮ່ວມມືກັບພາກສ່ວນຫຼັກ ທີ່ກ່ຽວຂ້ອງກັບວຽກງານກວດ-ເກັບກູ້-ທຳລາຍລະເບີດທີ່ບໍ່ທັນແຕກ UXO ຢ່າງຕັ້ງໜ້າ.

 

ຮູບ  –     ນັກວິຊາການ UXO ແມ່ຍິງ, ຊຶ່ງກວມເອົາ 8% ຂອງພະນັກງານ ແລະ 80% ແມ່ນມາຈາກ ເມືອງ ວິລະບູລີ ພວມນຳໃຊ້ ອຸປະກອນກວດຄົ້ນ ໂລຫະ ເພື່ອຊອກຫາ UXO ທີ່ ບໍ່ຄຳ-ທອງເຊໂປນ.

Share
ການປະກອບສ່ວນຂອງທ່ານ
ບົດເລື່ອງທີ່ກ່ຽວຂ້ອງ