ນ້ຳ

Written by Kris Gough     August 1 2017 at 7:45 AM

ໃຈກາງຂອງຄວາມມຸ່ງໝັ້ນດ້ານຄວາມຍືນຍົງຂອງ MMG ແມ່ນຄວາມພະຍາຍາມໃນການສຸມໃສ່ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດ.

ນ້ຳເປັນຊັບພະຍາກອນທຳມະຊາດທີ່ມີຄຸນຄ່າສຳຄັນ – ເພື່ອຊ່ວຍໃຫ້ຄົນມີຊີວິດຢູ່ລອດ, ລະບົບນິເວດທີ່ອຸດົມສົມບູນ ແລະ ສະໜັບສະໜູນຫຼາຍກິດຈະກຳທາງດ້ານເສດຖະກິດ. ໃນຫຼາຍຊຸມຊົນ ນ້ຳຍັງມີຄວາມສຳຄັນທາງຮີດຄອງປະເພນີ ແລະ ວັດຖະນະທຳອີກດ້ວຍ.

ນ້ຳໄດ້ຖືກນຳໃຊ້ເຂົ້າໃນຂະບວນການຜະລິດ ແລະ ສະກັດແຮ່ທາດຢ່າງຫຼວງຫຼາຍ ແລະ ປະສິດທິຜົນຂອງຜົນຜະລິດໃນການດຳເນີນງານຂອງພວກເຮົາ ແມ່ນເອື່ອຍອີງໃສ່ ຄວາມສາມາດໃນການຊອກຫາແຫຼ່ງນ້ຳທັງທາງດ້ານປະລິມານ ແລະ ຄຸນນະພາບທີ່ເໝາະສົມ. ໃນຫຼາຍກໍລະນີທີ່ເປັນໄປໄດ້ ພວກເຮົາສຸມໃສ່ການຊອກຫາວິທີການປັບປຸງປະສິດທິຜົນໃນການນຳໃຊ້ນ້ຳ ແລະ ການນຳນ້ຳກັບມາໃຊ້ຄືນ ເພື່ອຫຼຸດຜ່ອນການຊອກຫາແຫຼ່ງນ້ຳແຫ່ງໃໝ່.

ພວກເຮົາຕັ້ງເປົ້າໝາຍໃນການປັບປຸງການບໍລິຫານນ້ຳ ເພື່ອບັນລຸຜົນປະໂຫຍດທາງບວກດ້ານສິ່ງແວດລ້ອມ, ສັງຄົມ, ແລະ ການຜະລິດ. ພວກເຮົາເຫັນໄດ້ເຖິງໂອກາດໃນການປັບປຸງ ວິທີການໃນການຈັດການ ແລະ ພົວພັນກັບຜູ້ມີສ່ວນຮ່ວມກ່ຽວກັບຄວາມສ່ຽງ ແລະ ໂອກາດໃນລະດັບອ່າງກັກເກັບນ້ຳ.

ພວກເຮົາລາຍງານກ່ຽວກັບການນຳໃຊ້ນ້ຳ ແລະ ການປ່ອຍນ້ຳ ໃນ ບົດລາຍຄວາມຍືນຍົງປະຈຳປີ ອີງຕາມກອບການປະຕິບັດງານ ບັນຊີນ້ຳ ຂອງສະພາແຮ່ທາດປະເທດອົດສະຕຣາລີ.

ພວກເຮົາສືບຕໍ່ຕິດຕາມ – ໂດຍການມີສ່ວນຮ່ວມໂດຍກົງຈາກຊຸມຊົນທ້ອງຖິ່ນ – ເພື່ອຮັບປະກັນໃຫ້ຖືກກັບລະບຽບການ ແລະ ສືບຕໍ່ປັບປຸງ.

ພະນັກງານຂອງພວກເຮົາທຸກຄົນ ແມ່ນໄດ້ເຂົ້າເຖິງນ້ຳດື່ມທີ່ສະອາດ ແລະ ສຸຂະອະນາໄມທີ່ເໝາະສົມສຳລັບແຕ່ລະເພດ. ພວກເຮົາຍັງສົ່ງເສີມໂຄງການສັງຄົມໃນການປະກອບສ່ວນປັບປຸງການຮັບປະກັນນ້ຳດື່ມສະອາດ ແລະ ສຸຂະອະນາໄມໃນຊຸມຊົນທ້ອງຖິ່ນ. MMG ໄດ້ສະໜັບສະໜູນການຕິດຕັ້ງລະບົບນ້ຳບາດານກວ່າ 40 ຈຸດ ເພື່ອສະໜອງນ້ຳດື່ມທີ່ສະອາດ ໃຫ້ແກ່ຊຸມຊົນອ້ອມຂ້າງເຂດການດຳເນີນງານຂອງ ບໍ່ຄິນສະເວຍຣີ ໃນສາທາລະນະລັດ ປະຊາທິປະໄຕ ຄອງໂກ.

Share
ການປະກອບສ່ວນຂອງທ່ານ
ບົດເລື່ອງທີ່ກ່ຽວຂ້ອງ