ການສະໜັບສະໜູນ ວຽກງານກະສິກຳ

Written by Andrea Atell     March 27 2017 at 6:11 AM

ໃນທົ່ວໂລກ, ປະຊາກອນຜູ້ທຸກຍາກສ່ວນໃຫຍ່ ມີອາຊີບທີ່ຄືກັນຄື ການປູກຝັງ. ໃນປະຊາກອນຈຳນວນ 1.2 ຕື້ຄົນທີ່ມີລາຍໄດ້ຕ່ຳກວ່າ 1.25 ໂດລາຕໍ່ມື້, 75% ແມ່ນດຳເນີນການປູກຝັງ ການກະສິກຳ ໃນເນື້ອທີ່ດິນນ້ອຍໆ. ເຫັນໄດ້ວ່າມີສາຍພົວພັນທີ່ເຂັ້ມແຂງລະຫວ່າງ ຜົນຜະລິດດ້ານກະສິກຳ, ຄວາມອຶດຫິວ, ຄວາມທຸກຍາກ ແລະ ຄວາມຍືນຍົງ – ການເພີ່ມຜະລິດຕະຜົນ ຈະເຮັດໃຫ້ຊາວກະສິກອນສາມາດປູກພືດຜັກເປັນອາຫານຫຼາຍຂຶ້ນ, ເຮັດໃຫ້ໂພຊະນາການດີຂຶ້ນ ແລະ ລາຍໄດ້ທີ່ສູງຂຶ້ນ.

ວິທີທາງໜຶ່ງທີ່ ‘ພວກເຮົາຂຸດຄົ້ນເພື່ອຄວາມກ້າວໜ້າ’ ແມ່ນດ້ວຍການຈັດຕັ້ງປະຕິບັດແຜນງານພັດທະນາດ້ານສັງຄົມທີ່ສະໜັບສະໜູນວຽກງານກະສິກຳ. ໃນຂະນະທີ່ວຽກງານຂຸດຄົ້ນບໍ່ແຮ່ຈະກະຕຸ້ນການເຕີບໂຕຂອງເສດຖະກິດໃນໄລຍະພັດທະນາ ແລະ ດຳເນີນງານ, ໂອກາດດ້ານການພັດທະນາຕ້ອງຍືນຍົງໄປກາຍໄລຍະສິ້ນສຸດອາຍຸການຂອງບໍ່ແຮ່. ແຜນງານດ້ານກະສິກຳທີ່ປະສົບຜົນສຳເລັດ ຈະສາມາດສະໜັບສະໜູນຜົນການຜະລິດເປັນອາຫານທີ່ດີ ແລະ ຫຼາຍກວ່າເກົ່າ ໃຫ້ແກ່ປະຊາຊົນທ້ອງຖິ່ນ ຕະຫຼອດໄລຍະການດຳເນີນງານຂອງບໍ່ແຮ່ ແລະ ພາຍຫຼັງສິ້ນສຸດອາຍຸການຂອງບໍ່ແຮ່.

ໃນ 50 ປີຕໍ່ໜ້າ ຄວາມຕ້ອງການດ້ານອາຫານ ແລະ ອາຫານລ້ຽງສັດຈະເພີ່ມສອງເທົ່າ ໃນຂະນະທີ່ ປະຊາກອນໂລກເພີ່ມຂຶ້ນເປັນ ເກົ້າຕື້ ໂດຍສະເພາະ ໃນປະເທດກຳລັງພັດທະນາ. ເພື່ອແກ້ໄຂບັນຫາດັ່ງກ່າວ, ແຜນງານພັດທະນາດ້ານສັງຄົມຂອງພວກເຮົາ ແນໃສ່ ສ້າງລະບົບຄຸ້ມຄອງການປູກຝັງທີ່ຍືນຍົງ ແລະ ນຳພາໂດຍຊຸມຊົນ ແລະ ປັບປຸງວິທີການປະຕິບັດດ້ານກະສິກຳ. ວິທີການຂອງພວກເຮົາ ແມ່ນສອດຄ່ອງຢ່າງໃກ້ຊິດກັບ ຈຸດປະສົງດ້ານການພັດທະນາທີ່ຍືນຍົງຂອງສະຫະປະຊາຊາດ ຊຶ່ງເປັນວາລະການພັດທະນາຂອງໂລກ ໄລຍະ 15 ປີ, ແລະ ສອດຄ່ອງກັບ ຄວາມມຸ່ງໝັ້ນທີ່ກ່ຽວຂ້ອງກັບລັດຖະບານສູນກາງ ແລະ ແຂວງ.

ຜ່ານແຜນງານຂອງບໍລິສັດ, ພວກເຮົາແນໃສ່ ບັນລຸໃຫ້ໄດ້ຕາມເປົ້າໝາຍການພັດທະນາແບບຍືນຍົງຄື:

  • ເປົ້າໝາຍ 1: ຢຸດຕິຄວາມທຸກຍາກໃນທຸກຮູບແບບ, ຢູ່ທຸກໆບ່ອນ
  • ເປົ້າໝາຍ 2: ຢຸດຕິຄວາມອຶດຫິວ, ບັນລຸຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ປັບປຸງໂພຊະນາການ ກໍຄື ສົ່ງເສີມ ການກະສິກຳແບບຍືນຍົງ.

 

ແຜນງານຫຼັກ

ສວນ ອູບຸນຕູ

ຢູ່ ສາທາລະນະລັດ ປະຊາທິປະໄຕ ກົງໂກ, MMG ໄດ້ຊື້ ສວນປູກ ອູບຸນຕູ ໃນເນື້ອທີ່ 1700 ເຮັກຕາ ທີ່ໃກ້ ບໍ່ຄິນເຊີເວຣີ ໃນ ເດືອນ ທັນວາ 2015. ສວນອູບຸນຕູ ເຮັດວຽກຮ່ວມມືຢ່າງໃກ້ຊິດກັບ ມະຫາວິທະຍາໄລ ລູບຳບາຊີ ເພື່ອພັດທະນາຜົນລະປູກສາລີທີ່ສູງຂຶ້ນ ແລະ ເພີ່ມຄຸນຄ່າດ້ານໂພຊະນາການ ແລະ ພວມກ້າວເປັນສູນປູກສາລີທີ່ດີເລີດ. ເປົ້າໝາຍການພັດທະນະດ້ານສັງຄົມຂອງ ສວນ ອູບຸນຕູ ແມ່ນເພື່ອ ປັບປຸງທັກສະດ້ານການກະສິກຳຂອງຄົນທ້ອງຖິ່ນ, ສ້າງວຽກເຮັດງານທຳໃນຂະແໜງການທີ່ບໍ່ກ່ຽວຂ້ອງກັບວຽກງານຂຸດຄົ້ນບໍ່ແຮ່ ໃຫ້ແກ່ປະຊາຊົນທ້ອງຖິ່ນ, ແລະ ເປັນ ສູນລວມເສດຖະກິດສຳຮອງ. ພວກເຮົາໄດ້ສ້າງ ແຜນງານສະໜັບສະໜູນຊາວກະສິກອນ ແລະ ແຜນງານຕະຫຼາດຊາວກະສິກອນ.

ສວນ ຢາວີ ຢາວີ

ຢູ່ ເປຣູ ມີຊຸມຊົນຂອງ ເມືອງ ນູເອວາ ຟູຣາບຳບາ ທີ່ເປັນເຈົ້າຂອງ ສວນ ຢາວີ ຢາວີ ໄກ້ກັບ ບໍ່ລັສ ບຳບັສ. ບໍ່ດັ່ງ ຄຸ້ມຄອງສວນ ຊຶ່ງເປັນສ່ວນໜຶ່ງຂອງ ແຜນງານຟື້ນຟູ ເສດຖະກິດການເປັນຢູ່ ພາຍໃຕ້ ແຜນງານຟື້ນຟູຊີວິດການເປັນຢູ່ຂອງເມືອງ ນູເອວາ ຟູຣາບຳບາ. ສວນຢາວີ ຢາວີ ລ້ຽງ ງົວ, ລາມາ, ປູກມັນຝຣັ່ງ, ລ້ຽງແກະ, ປາທຣາວ, ແລະ ໂຕກຸຍ ຊຶ່ງເປັນ ໝູນ້ອຍຊະນິດໜຶ່ງ ແລະ ຍັງມີໂຮງງານຜະລິດນົມເນີຍກັບບ່ອນອີກດ້ວຍ.

ໂຄງການປູກໝາກກ້ຽງ

ຢູ່ ສປປ ລາວ, ພວກເຮົາພວມຊ່ວຍຊາວສວນທີ່ປູກພືດຜັກພໍກຸ້ມຢູ່ກຸ້ມກິນ ໄປສູ່ ການປູກເພື່ອການຄ້າ ແລະ ຊ່ວຍປັບປຸງລາຍຮັບຂອງເຂົາເຈົ້າ. ໂຄງການປູກໝາກກ້ຽງ ແມ່ນການຮ່ວມມືລະຫວ່າງ MMG LXML ເຊໂປນ ແລະ ບໍລິສັດ ໄອຮອນບາກ ຊີທຣັສ ອົດສະຕຣາລີ. ບໍລິສັດ ໄອຣອນບາກ ພວມພັດທະນາໂຄງສ້າງການຄຸ້ມຄອງ ຊຶ່ງຈະສະໜອງການຝຶກອົມຮົມ, ເຄື່ອງມື, ແນວພັນ ແລະ ຊ່ອງທາງການແຈກຢາຍ ໃຫ້ແກ່ຊາວສວນປູກໝາກກ້ຽງທ້ອງຖິ່ນ.

 

ຮູບ: ການສ້າງທຸລະກິດຫັນກະສິກຳເປັນສິນຄ້າ ເພື່ອສ້າງລາຍຮັບທີ່ດີໃຫ້ແກ່ຫຼາຍຮ້ອຍຄອບຄົວ ໃນປະຈຸບັນ ແລະ ພາຍຫຼັງສິ້ນສຸດອາຍຸການບໍ່ແຮ່.

 

Share
ການປະກອບສ່ວນຂອງທ່ານ
ບົດເລື່ອງທີ່ກ່ຽວຂ້ອງ