ໂຄງການ 1000 ວັນ – ຕໍ່ສູ້ກັບການຂາດທາດສັງກະສີ ໃນ ສປປ ລາວ

Written by Andrea Atell     March 10 2017 at 4:54 AM

1.000 ວັນທຳອິດ ຂອງການມີຊີວິດຂອງເດັກນ້ອຍ ແມ່ນມີຄວາມສຳຄັນໃນການສ້າງພື້ນຖານດ້ານສຸຂະພາບຂອງເດັກ. ການຂາດທາດສັງກະສີ ແລະ ຈຸລະທາດຊະນິດອື່ນໆໃນໄລຍະນີ້ ອາດສົ່ງຜົນຮ້າຍແຮງຕໍ່ສຸຂະພາບຂອງເດັກ ລວມທັງ ໂລກເຕ້ຍຖາວອນ, ການພັດທະນາຂອງສະໝອງ, ໄອຄິວຕ່ຳລົງ, ລະບົບພູມຕ້ານທານທີ່ບໍ່ແຂງແຮງ ແລະ ມີຄວາມສ່ຽງພັດທະນາພະຍາດຮ້າຍແຮງທີ່ສູງຂຶ້ນ.

MMG, ອົງການ UNICEF ແລະ ສະຫະພັນແມ່ຍິງລາວ ໄດ້ຮ່ວມມືກັນຕັ້ງແຕ່ປີ 2012 ເພື່ອ ຕໍ່ສູ້ກັບ ການຂາດໂພຊະນາການຂອງເດັກ ແລະ ປັບປຸງສຸຂະພາບຂອງເດັກໃນ ສປປ ລາວ ຜ່ານ ໂຄງການ 1000 ວັນ. ເພື່ອສະໜັບສະໜູນ ເປົ້າໝາຍການພັດທະນາທີ່ຍືນຍົງຂອງ ສະຫະປະຊາຊາດ ໃນການຫລຸດຜ່ອນ ‘ຄວາມອຶດຫິວໃຫ້ເທົ່າສູນ’, ໂຄງການດັ່ງກ່າວໄດ້ ເຮັດວຽກກັບ ຊຸມຊົນຈຳນວນຫຼາຍ ໃນ ສປປ ລາວ ເພື່ອ ປັບປຸງສຸຂະພາບເດັກ.

ໂຄງການ 1000 ວັນໄດ້ເຂົ້າເຖິງຫຼາຍກວ່າ 250.000 ຄອບຄົວ ລວມທັງ ໄດ້ສະໜອງຊອງຝຸ່ນວິຕາມິນ ‘ຊຸບເປີຄິດ’ 2,5 ລ້ານຊອງເພື່ອເພີ່ມສານອາຫານໃຫ້ແກ່ເດັກນ້ອຍ. ນອກຈາກນັ້ນ, ເດັກນ້ອຍຫຼາຍກວ່າ 57.000 ຄົນ ໄດ້ຮັບວິຕາມິນເສີມ ແລະ 31.000 ຄົນໄດ້ຮັບຢາຂ້າແມ່ທ້ອງ. ໃນເດືອນ ເມສາ 2016, MMG ໄດ້ເພີ່ມທຶນເຂົ້າໄສ່ໄລຍະສອງຂອງ ໂຄງການ 1000 ວັນ ຊຶ່ງ ຈະຕໍ່ຍອດຈາກຜົນປະໂຫຍດທີ່ໄດ້ສ້າງ ແລະ ຂະຫຍາຍການບໍລິການດ້ານໂພຊະນາການ ລວມທັງ ການແຈກຢາຍ ຊອງຝຸ່ນວິຕາມິນ ໃຫ້ແກ່ເດັກນ້ອຍປະມານ ໃນທົ່ວ 22 ເມືອງ ຂອງ ສີ່ແຂວງ.

MMG ມີຄວາມພາກພູມໃຈທີ່ໄດ້ເປັນຄູ່ຮ່ວມງານກັບ ອົງການ UNICEF ແລະ ສະຫະພັນແມ່ຍິງລາວ ໃນການປະຕິບັດໂຄງການສຳຄັນນີ້.

 

ຊອງຝຸ່ນວິຕາມິນ ຊູບເປີຄິດທີ່ ບ້ານນ້ຳປາ

ຢູ່ ບ້ານນ້ຳປາ, ເມືອງ ວິລະບູລີ,  ແຂວງສະຫວັນນະເຂດ, ສປປ ລາວ, ນາງພະຍາບານ ໄກ່ດາພັນ ພວມເບິ່ງແຍງ ແມ່ ແລະ ເດັກນ້ອຍ ຢູ່ ຫໍປະຊຸມບ້ານ. ມີແມ່ຫຼາຍສິບຄົນ ໄດ້ນຳເອົາລູກຂອງຕົນ ເຂົ້າມາສັ່ງນ້ຳໜັກ, ວັດແທກລວງສູງ ແລະ ຊັກຢາກັນພະຍາດ ນຳລາວ. ຄຽງຄູ່ກັບສຽງຮ້ອງໃຫ້ຂອງເດັກນ້ອຍໃນຫໍປະຊຸມ, ມີເດັກນ້ອຍ 3 ຄົນນັ່ງລໍຖ້າຢູ່ໂຕະຊົ່ວຄາວຢ່າງອົດທົນເພື່ອຖ້າວັດແທກຂະໜາດຂອງແຂນເຂົາເຈົ້າ.

ວຽກງານຂອງ ນາງ ໄກ່ດາພັນ ທີ່ ບ້ານນ້ຳປາ ເປັນສ່ວນໜຶ່ງຂອງວຽກງານ ໂຄງການ 1000 ວັນ – ພາຍໃຕ້ການຮ່ວມມືລະຫວ່າງ ເຊໂປນ, ອົງການ UNICEF ແລະ ສະຫະພັນແມ່ຍິງລາວ ແລະ ການນຳໃຊ້ ເຄື່ອງວັດແທກ Mid-Upper Arm Circumference (MUAC) ທີ່ ລາວໃຊ້ ກໍສອດຄ່ອງກັບ ວິທີການປະຕິບັດແນວໜ້າຂອງສາກົນ.

ເຄື່ອງວັດແທກ MUAC ຖືກນຳໃຊ້ເພື່ອປະເມີນ ສະຖານະພາບດ້ານໂພຊະນາການຂອງເດັກນ້ອຍ ແລະ ຖືກແບ່ງເປັນ 3 ສ່ວນດ້ວຍສີທີ່ແຕກຕ່າງກັນ ຄື: ແດງ, ເຫຼືອງ ແລະ ຂຽວ ຊຶ່ງແຕ່ລະສີຈະບົ່ງບອກລະດັບໂພຊະນາການທີ່ແຕກຕ່າງກັນ. ຖ້າອ້ອມແຂນຂອງເດັກນ້ອຍຕົກຢູ່ໃນປະເພດສີແດງນັ້ນ ຈະເປັນການຊີ້ບອກວ່າເດັກນ້ອຍຕ້ອງການໆປິ່ນປົວທາງການແພດທັນທີ ແລະ ການສະໜັບສະໜູນທາງດ້ານໂພຊະນາການ; ສີເຫຼືອງໝາຍຄວາມວ່າ ເດັກນ້ອຍສ່ຽງຂາດໂພຊະນາການຢ່າງຮ້າຍແຮງ ແລະ ຕ້ອງການໆສະໜັບສະໜູນດ້ານໂພຊະນາການເພີ່ມຕື່ມ; ສີຂຽວໝາຍວ່າ ເດັກນ້ອຍໂພຊະນາການສົມບູນ. ເດັກນ້ອຍທີ່ ນາງ ໄກ່ດາພັນພວມວັດແທກຢູ່ນັ້ນ ຕົກຢູ່ໃນປະເພດສີເຫຼືອງ ແລະ ລາວກໍມີສີໜ້າເປັນຫ່ວງ.

ບັນດາແມ່ ແລະ ເດັກນ້ອຍ ໄດ້ເຂົ້າມາຕຶກບ່ອນທີ່ ນາງ ໄກ່ດາພັນ ແລະ ບັນດາພະຍາບານພວມເຮັດວຽກຢູ່ ພາຍຫຼັງ ໄດ້ມີການສະແດງ ແລະ ສະເໜີ ກ່ຽວກັບ ຊອງຝຸ່ນວິຕາມິນໃຫ້ແກ່ຊຸມຊົນ. ຊູບເປີຄິດ ເປັນ ຝຸ່ນວິຕາມິນ ຫຼື ອາຫານເສີມ ທີ່ແຈກໃຫ້ແກ່ຜູ້ປົກຄອງໂດຍບໍ່ເສຍຄ່າໃດໆ. ແມ່ຫຼາຍທ່ານໄດ້ເຫັນບົດນຳສະເໜີດັ່ງກ່າວມາກ່ອນແລ້ວ, ແຕ່ສຳລັບຫຼາຍຄົນ ກໍເປັນຄັ້ງທຳອິດ ແລະ ເຕັມໄປດ້ວຍຂໍ້ມູນທີ່ສຳຄັນຕໍ່ສຸຂະພາບຂອງລູກພວກເຂົາ. ນັກວິທະຍາກອນຂອງໂຄງການ ຈະເວົ້າກັບບັນດາແມ່ ກ່ຽວກັບຄວາມສຳຄັນຂອງການລ້ຽງລູກດ້ວຍນໍ້ານົມແມ່ ໂດຍສະເພາະໃນໄລຍະຫົກເດືອນທຳອິດ ແລະ ວິທີການທີ່ດີທີ່ສຸດໃນການໃຫ້ອາຫານທີ່ຄົບໝູ່ໃຫ້ແກ່ລູກ. ພ້ອມກັນນີ້ກໍມີການສາທິດວິທີການປະສົມຝຸ່ນວິຕາມິນກັບອາຫານປະຈຳວັນຂອງເດັກ. ຜົນສຳເລັດຂອງໂຄງການໄດ້ຕໍ່ຍອດຈາກ ຄວາມອາດສາມາດຂອງໂຄງການ ໃນການຝຶກອົບຮົມອາສາສະໝັກຂອງສະຫະພັນແມ່ຍິງລາວ ແລະ ພະນັກງານແພດໝໍ ຫຼາຍກວ່າ 1.600 ຄົນ ເລື່ອງການສົ່ງເສີມດ້ານໂພຊະນາການ, ຄວາມສຳຄັນຂອງຝຸ່ນວິຕາມິນ ແລະ ການໃຫ້ຄຳປຶກສາເລື່ອງການປ້ອນອາຫານລູກຢ່າງເໝາະສົມ. ຄວາມມຸ່ງໝັ້ນຂອງຜູ້ປົກຄອງ ໃນການນຳບົດຮຽນດັ່ງກ່າວໄປປະຕິບັດ ຈະເປັນຕົວບົ່ງບອກສີ MUAC ຂອງລູກ ຊຶ່ງ ພະຍາບານ ຄື ນາງ ໄກ່ດາພັນ ຈະວັດແທກ ເປັນໄລຍະ.

ນາງ ໄກ່ດາພັນ ໄດ້ເປັນພະຍາບານປະຈຳເມືອງເປັນເວລາ 12 ປີ ແລະ ໄດ້ເປັນສ່ວນໜຶ່ງຂອງໂຄງການຕັ້ງແຕ່ເລີ່ມຕົ້ນຈັດຕັ້ງປະຕິບັດ. ລາວເຊື່ອວ່າໂຄງການໄດ້ມີຄວາມສຳຄັນໃນການຫລຸດຜ່ອນອັດຕາການຂາດໂພຊະນາການ. ນາງ ໄກ່ດາພັນ ໄດ້ເວົ້າກ່ຽວກັບໂຄງການວ່າ ອົງປະກອນດ້ານສຸຂະສຶກສາ ແມ່ນມີຄວາມສາຄັນຕໍ່ຜົນສຳເລັດຂອງໂຄງການ, ແລະ ຜ່ານວຽກງານຂອງລາວ ລາວກໍເຫັນແນວໂນ້ມພາຍໃນຊຸມຊົນ ໃນການ ລ້ຽງລູກດ້ວຍນົມແມ່ຫຼາຍຂຶ້ນ ແລະ ການປັບປຸງສຸຂະພາບເດັກ ກໍໄດ້ມີການປັບປຸງດີຂຶ້ນຢ່າງຫຼວງຫຼາຍ.

ສຳລັບຂໍ້ມູນເພີ່ມຕື່ມ ລວມທັງຂໍ້ມູນຂອງໂຄງການໄລຍະທີ 1, ກະລຸນາກົດເຂົ້າອ່ານ ແຜ່ນພັບກ່ຽວກັບ ໂຄງການ 1000 ວັນ.

 

ຮູບ: ປັບປຸງໂພຊະນາການ ແມ່ ແລະ ເດັກໃນ ສປປ ລາວ ຜ່ານ ໂຄງການ 1000 ວັນ.

 

Share
ການປະກອບສ່ວນຂອງທ່ານ
ບົດເລື່ອງທີ່ກ່ຽວຂ້ອງ