ການກໍ່ສ້າງບ່ອນເຕົ້າໂຮມໃໝ່ໃຫ້ແກ່ຊຸມຊົນ, ຫ້ອງການບ້ານສຳລັບ ເມືອງ ວິລະບູລີ

Written by Sonepraseuth Niradsay     February 12 2017 at 1:25 AM

ສາຍພົວພັນຂອງປະຊາຊົນໃນ ສິບຫ້າ ບ້ານ ຢູ່ ເມືອງວິລະບູລີ ໃນ ສປປ ລາວ ໄດ້ຮັບການຍົກລະດັບເຂັ້ມແຂງກວ່າເກົ່າ ພາຍຫຼັງທີ່ໄດ້ສຳເລັດການປຸກສ້າງຫ້ອງການບ້ານແບບຖາວອນ ຫຼື ສູນເຕົ້າໂຮມຊຸມຊົນ. ອາຄານດັ່ງກ່າວໄດ້ຖືກສ້າງຂຶ້ນ ໂດຍນຳໃຊ້ ທຶນຮອນຈາກໂຄງການຊຸມຊົນ ຂອງ MMG LXML ເຊໂປນ.

ສະມາຊິກຈາກຊຸມຊົນ ບ້ານນາຫອຍ ແລະ ນ້ຳຄືນ ໄດ້ຕົກລົງເຫັນດີໃຊ້ກອງທຶນດັ່ງກ່າວເພື່ອກໍ່ສ້າງຫ້ອງການບ້ານ, ໂດຍໃຊ້ງົບປະມານ 7.000 ໂດລາສະຫາລັດ ເພື່ອສ້າງແຕ່ລະອາຄານ. ໃນຂະນະທີ່ ບໍ່ຄຳ-ທອງເຊໂປນ ເປັນຜູ້ໃຫ້ທຶນ, ຊຸມຊົນໄດ້ປະກອບສ່ວນດ້ານແຮງງານ ແລະ ເປັນຜູ້ບໍລິຫານການກໍ່ສ້າງ.

ທ່ານນາງ ບຸນລ້ຳ, ຮອງຫົວໜ້າບ້ານ ບ້ານ ນ້ຳຄືນ ກ່າວວ່າ “ເມື່ອກ່ອນຕອນທີ່ບໍ່ມີຫ້ອງການບ້ານ, ຊາວບ້ານໄດ້ນັ່ງປະຊຸມກ້ອງຕົ້ນໄມ້ເປັນເວລາຫຼາຍຊົ່ວໂມງ.”

ຫ້ອງການໃໝ່ ໄດ້ກາຍເປັນບ່ອນທີ່ນິຍົມ, ບ່ອນທີ່ ຊຸມຊົນຈະປະຊຸມ, ຈັດງານ ແລະ ຕ້ອນຮັບແຂກບ້ານແຂກເມືອງ.

 

ຮູບ: ປັບປຸງຊີວິດການເປັນຢູ່ ຜ່ານການເຂົ້າຫາການບໍລິການພື້ນຖານ ແລະ ມອບສິດອຳນາດໃຫ້ແກ່ຊຸມຊົນ ວາງແຜນ ແລະ ບັນລຸ ບູລິມະສິດດ້ານການພັດທະນາຂອງຕົນເອງ.

 

Share
ການປະກອບສ່ວນຂອງທ່ານ
ບົດເລື່ອງທີ່ກ່ຽວຂ້ອງ