ມູນມໍລະດົກດ້ານວັດທະນະທຳທີ່ມີອາຍຸກວ່າ 3000 ປີ ແລະ ປະຫວັດສາດ ລາວ

Written by Test     August 22 2016 at 12:17 AM

ປະຊາຊົນໄດ້ດຳເນີນການຂຸດຄົ້ນບໍ່ແຮ່ເປັນເວລາຫຼາຍພັນປີ. ບໍ່ມີບ່ອນໃດທີ່ມີຫຼັກຖານຊັດເຈນໄປກວ່າ ບໍ່ຄຳ-ທອງເຊໂປນ ໃນ ສປປ ລາວ.

ໄດ້ມີການຄົ້ນພົບຫຼັກຖານທາງບູຮານຄະດີທີ່ສຳຄັນ ຢູ່ບໍ່ຄຳ-ທອງເຊໂປນ ທີ່ ເມືອງວິລະບູລີ. ວັດຖຸທີ່ຄົ້ນພົບເຫັນໃນວ່າງບໍ່ດົນມານີ້ ແມ່ນວັດຖຸທີ່ໄດ້ນຳໃຊ້ໃນວຽກງານຂຸດຄົ້ນບໍ່ແຮ່ໃນສະໃໝບູຮານທີ່ມີອາຍຸ ປະມານ 3.000 ປີກ່ອນ ຊຶ່ງວິເຄາະໂດຍການນຳໃຊ້ລັງສີກາກບອນ. ຫຼັກຖານທາງປະຫວັດສາດນີ້ ໄດ້ຈັດໃຫ້ເມືອງວິລະບູລີເປັນ ໜຶ່ງໃນສະຖານທີ່ໃນອັນດັບຕົ້ນໆ ທີ່ມີການຂຸດຄົ້ນແຮ່ເພື່ອມາປຸງແຕ່ງແລກປ່ຽນ ໃນປະຫວັດສາດຂອງອາຊີຕາເວັນອອກສ່ຽງໃຕ້. ການຂຸດຄົ້ນແຮ່ໃນຂົງເຂດບໍ່ຄຳ-ທອງເຊໂປນໄດ້ສືບຕໍ່ ຮອດປະມານ 1.300 ປີກ່ອນ (ປະມານ ປີ ຄສ 700). ຫຼັກຖານດັ່ງກ່າວແມ່ນອີງຕາມການຄົ້ນພົບ ວິທີການຂຸດຄົ້ນແຮ່ທີ່ດຳເນີນດ້ວຍວິທີການສະເພາະນຳໃຊ້ໂຄງສ້າງໄມ້ໄຜ່ ຊຶ່ງ ມີການຂຸດຂຸມສ້າງລົງເລິກລະຫວ່າງ 10 ຫາ 40 ແມັດເສີມດ້ວຍໄມ້ຄ້ຳແບບທີ່ມີເຊືອກມັດ. ໄດ້ຄົ້ນພົບສະຖານທີ່ນໍາໃຊ້ໂຄງຮ່າງໄມ້ໄຜ່ນີ້ ທັງໝົດ 5 ບ່ອນທີ່ ບໍ່ຄໍາ-ທອງເຊໂປນ.

ວຽກງານດັ່ງກ່າວນີ້ ເປັນໄປໄດ້ ຍ້ອນການເຮັດວຽກເປັນຄູ່ຮ່ວມງານກັນໄລຍະຍາວ ລະຫວ່າງ MMG, ກົມມໍລະດົກແຫ່ງຊາດລາວ (ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ), ມະຫາວິທະຍາໄລ ເຈມສ໌ຄຸກຂອງອົດສະຕຣາລີ ແລະ ມະຫາວິທະຍາໄລແຫ່ງຊາດລາວ. ນັກສຶກສາຈາກ ມະຫາວິທະຍາໄລໃນ ອົດສະຕຣາລີ ແລະ ສປປ ລາວ ຮ່ວມມືກັນກັບຊຸມຊນທ້ອງຖິ່ນ ໃນການຄົ້ນຫາ ແລະ ຮັກສາ ພື້ນທີ່ ແລະ ວັດຖຸບູຮານ.

ວັດຖຸບູຮານອື່ນໆທີ່ໄດ້ຄົ້ນພົບເຫັນໃນມໍ່ໆມານີ້ ລວມມີ ອຸປະກອນທີ່ໃຊ້ໃນວຽກງານຂຸດຄົ້ນບໍ່ແຮ່ເຊັ່ນ ຄັນໃດໄມ້ ແລະ ເຊືອກ, ກະຕ່າ ແລະອື່ນໆ ທີ່ດິນຕະກອນຮັກສາວັດຖຸເຫຼົ່ານັ້ນໄວ້ໃນສະພາບດັ່ງເດີ່ມ. ມີວັດຖຸຫຼາຍຢ່າງທີ່ໄດ້ນຳເອົາໄປວາງສະແດງທີ່ ຫໍວັດທະນະທຳເມືອງວິລະບູລີ. ວັດຖຸບູຮານສຳຄັນອື່ນໆ ລວມທັງຄ້ອງບ້າງທອງສຳລິດ ແມ່ນໄດ້ນຳໄປວາງສະແດງທີ່ ຫໍພິພິດຕະພັນແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ. ວັດຖຸເຊັ່ນ ຫີນແກ້ວອາເກດ, ກະດິງທອງສຳຫຼິດ ແລະ ເຄື່ອງປະດັບອື່ນໆ ສະແດງໃຫ້ເຫັນ ຄວາມສໍາຄັນຂອງ ສປປ ລາວ ໃນປະຫວັດສາດພາກພື້ນ.

ດຣ ໄນໂຈ ຈ່າງ ຈາກ ມະຫາວິທະຍາໄລ ເຈມສ໌ ຄຸກ ກ່າວວ່າ “ວຽກງານນີ້ ຊີ້ໃຫ້ເຫັນວ່າ ຊຸມຊົນໃນ ສປປ ລາວ ໄດ້ປຸງແຕ່ງ ແລະ ແລກປ່ຽນແຮ່ທາດ ເປັນເວລາຫຼາຍພັນປີມາແລ້ວ”.

 

“ການຄົ້ນພົບທີ່ບໍ່ຄຳ-ທອງເຊໂປນ ໄດ້ ສ່ອງແສງເຖິງ ປະຫວັດສາດທີ່ມີການຂຸດຄົ້ນ ແລະ ການດຳລົງຊີວິດຂອງຊາວຕ່າງແດນ ຫຼາຍພັນປີກ່ອນໜ້ານີ້. ຫຼັກຖານຂອງວັດຖຸບູຮານເປັນ ເຄື່ອງມືຂຸດຄົ້ນທອງ ສະແດງເຖິງຄວາມ ສຳຄັນ ຂອງວຽກງານຂຸດຄົ້ນບໍ່ແຮ່ ໃນປະຫວັດສາດຂອງພາກພື້ນ”.

ທ່ານ ວຽງແກ້ວ ສຸກສະຫວັດດີ, ຮອງຫົວໜ້າກົມ ມໍລະດົກແຫ່ງຊາດ ຂອງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ກ່າວວ່າ “ແຜນງານນີ້ ມີຄວາມສຳຄັນທີ່ສຸດ ໃນການປົກປັກຮັກສາປະຫວັດສາດວັດທະນະທຳລາວ ໃຫ້ແກ່ຄົນຮຸ່ນຫຼັງ. ຫໍວັດທະນະທຳເມືອງວິລະບູລີ ມີການວາງສະແດງ ຫຼາຍວັດຖຸບູຮານທີ່ມີຄຸນຄ່າທີ່ສຸດ ໃນ ສປປ ລາວ”.

 

ຮູບ: ທ່ານ ອຳໄພ ບັດພະຈິດ, ນັກບູຮານຄະດີ ປະຈຳ ກົມມໍລະດົກແຫ່ງຊາດລາວ, ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ພວມແຕ້ມ ລາຍລະອຽດຂອງ ດາບທອງທີ່ຄົ້ນພົບເຫັນທີ່ ເມືອງວິລະບູລີ. ວັດຖຸດັ່ງກ່າວ ແມ່ນຖືກນຳໃຊ້ ໂດຍ ນັກຂຸດຄົ້ນທອງຂອງລາວ ປະມານ 2.000 ປີກ່ອນ.

 

Share
ການປະກອບສ່ວນຂອງທ່ານ
ບົດເລື່ອງທີ່ກ່ຽວຂ້ອງ