ແມ່ນໃຜປ່ອຍໂຕແຂ້?

Written by Fiona Sartain     July 29 2016 at 1:58 AM

ໃນປີ 2013, ອົງການອະນຸຮັກສັດປ່າ (Wildlife Conservaton Society ຫຼື WCS) ໄດ້ປະເມີມວ່າມີ ແຂ້ຕ່ຳກວ່າ 250 ໂຕ ໃນປ່າໃນ ສປປ ລາວ ຍ້ອນ ການລ່າສັດ ແລະ ການສູນພັນ. ແຕ່ກໍຕ້ອງຂໍຂອບໃຈ ການສະໜັບສະໜູນຂອງ MMG LXML ເຊໂປນ ທີ່ໄດ້ ເຮັດໃຫ້ ປະຊາກອນແຂ້ທີ່ສ່ຽງສູນພັນເຫຼົ່ານີ້ ມີແນວໂນ້ມທີ່ດີຂຶ້ນ.

ໃນເດືອນ ພະຈິກ 2015 ໄດ້ມີການປ່ອຍລູກແຂ້ 28 ໂຕ ທີ່ເມືອງ ຈຳພອນ, ແຂວງສະຫວັນນະເຂດ ອັນເປັນຂີດໝາຍປິດໂຄງການຊຸມຊົນເປັນເຈົ້າການໃນການອານຸຮັກແຂ້ ແລະ ການປັບປຸງຊີວິດການເປັນຢູ່.

ໂຄງການດັ່ງກ່າວແມ່ນຈັດຕັ້ງປະຕິບັດໂດຍ WCS ຮ່ວມກັບ ເມືອງ ຈຳພອນ ພາຍໃຕ້ການສະໜັບສະໜູນທຶນໂດຍ ບໍ່ຄໍາ-ທອງເຊໂປນ ແລະ ອົງການ IUCN.

ການມີສ່ວນຮ່ວມຂອງຊຸມຊົນ ເປັນປັດໃຈສຳຄັນຕໍ່ຜົນສຳເລັດຂອງໂຄງການນີ້, ຊຶ່ງ ປະຊາຊົນທ້ອງຖິ່ນໄດ້ມີສ່ວນຮ່ວມໃນການຄຸ້ມຄອງແຫຼ່ງນ້ຳ, ໜອງປາ ແລະ ສັດປ່າ ກໍຄືຊີວະນາໆພັນ. ອົງປະກອບສຳຄັນຂອງໂຄງການ ແມ່ນ ການປູກຈິດສຳນຶກໃຫ້ແກ່ຊຸມຊົນກ່ຽວກັບ ຄວາມສຳຄັນຂອງສັດປ່າຕໍ່ກັບ ການພັດທະນາເສດຖະກິດ-ສັງຄົມ ແລະ ການທ່ອງທ່ຽວ.

ໂຄງການຍັງໄດ້ຝຶກອົບຮົມເລື່ອງການຄຸ້ມຄອງແຂ້ ໃຫ້ແກ່ ກຸ່ມທີ່ກ່ຽວຂ້ອງ ລວມທັງ ກຸ່ມອານຸຮັກແຂ້ ແລະ ກຸ່ມບ້ານຕານຊຸມ

ໂຄງການໄດ້ລິເລີ່ມໃນປີ 2013, ຈາກຂະບວນການປະສົມພັນ ແລະ ຟັກໄຂ່ແຂ້ ຢູ່ ສວນສັດບ້ານເກິນຂອງ ສປປ ລາວ. ໄດ້ມີການປ່ອຍແຂ້ລວມທັງໝົດ 64 ໂຕ ຕະຫຼອດໄລຍະເວລາຂອງໂຄງການ.

 

ຮູບ: ພິທີປ່ອຍແຂ້ພັນພື້ນເມືອງທີ່ ເມືອງຈຳພອນ, ແຂວງສະຫວັນນະເຂດ ເພື່ອເປັນຂີດໝາຍໃນການ ປິດໂຄງການຊຸມຊົນເປັນເຈົ້າການໃນການອານຸຮັກແຂ້ ແລະ ການປັບປຸງຊີວິດການເປັນຢູ່.

Share
ການປະກອບສ່ວນຂອງທ່ານ
ບົດເລື່ອງທີ່ກ່ຽວຂ້ອງ