ນັບແຕ່ປີ 2008 ເປັນຕົ້ນມາ, ໂຄງການຄໍາ-ທອງເຊໂປນ ໄດ້ໃຫ້ການສະໜັບສະໜູນໃຫ້ແກ່ການຄົ້ນຄວ້າດ້ານບູຮານຄະດີ ແລະ ສະຖານປະຫວັດສາດລາວ ທີ່ມີອາຍຸຍາວນານ ຜ່ານມາໄດ້ປະມານ 3.000 ປີ ໂດຍ ການຮ່ວມມືກັບ ກົມມໍລະດົກຂອງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ, ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລເຈມສ໌ ຄຸກຂອງ ອົດສະຕຣາລີ.
ບໍລິສັດ MMG ໄດ້ສະໜັບສະໜູນທີມງານດັ່ງກ່າວ ໃນການຄົ້ນພົບທີ່ພົ້ນເດັ່ນ ຢູ່ບໍ່ຄຳ-ທອງ ເຊໂປນ ທີ່ເມືອງວິລະບູລີ. ຫວ່າງບໍ່ດົນມານີ້, ການຄົ້ນພົບວັດຖຸບູຮານທີ່ມີອາຍຸການຫຼາຍກວ່າ 3.000 ປີ ໄດ້ຊີ້ ໃຫ້ພວກເຮົາຮູ້ຈັກກ່ຽວກັບວິທີການຂຸດຄົ້ນບໍ່ແຮ່ ທີ່ມີມາໃນຫຼາຍພັນປີກ່ອນ.
ໃນເດືອນ ມີນາ 2018, ທີມງານບູຮານຄະດີໄດ້ຄົ້ນພົບຮ່ອງຮອຍ ຂອງການຂຸດຄົ້ນແຮ່ທອງໃນສະໄໝບູຮານ ທີ່ໄດ້ມີການຂຸດຄົ້ນແບບຂຸມສ້າງ ກວ່າ 100 ຂຸມ. ຮ່ອງຮອຍການຂຸດຄົ້ນດັ່ງກ່າວໄດ້ບົ່ງບອກໃຫ້ຮູ້ເຖິງການນຳໃຊ້ເຕັກນິກການຂຸດຂຸມສ້າງ ເຊິ່ງເປັນວິທີການຂຸດຄົ້ນບໍ່ແຮ່ ທີ່ນິຍົມກັນໃນສະໄໝນັ້ນ ແລະ ຍັງໄດ້ຖືກອອກແບບເພື່ອປ້ອງກັນຄວາມສ່ຽງຈາກມວນດິນທີ່ອາດຍຸບໂຕເຈື່ອນລົງທັບຖົມຄົນ-ຜູ້ທີ່ລົງຂຸດເອົາສິນແຮ່. ພ້ອມດຽວກັນນີ້, ກໍຍັງຄາດການວ່າ ແຮງງານປະຈຳໃນແຕ່ລະຂຸມແມ່ນຕ້ອງໄດ້ມີຢ່າງຕ່ຳ 3 ຄົນ ເພື່ອຮັບປະກັນ ແວດລ້ອມການເຮັດວຽກໃຫ້ປອດໄພ.
ການຄົ້ນພົບນີ້ ໄດ້ຊີ້ໃຫ້ເຫັນຢ່າງຊັດເຈນວ່າ ໃນຂະນະທີ່ເຕັກນິກການຂຸດຄົ້ນແຮ່ໄດ້ພັດທະນາໄປເປັນກ້າວໆ ຕາມການເວລາ; ຄວາມປອດໄພແມ່ນຍັງຄົງສືບຕໍ່ເປັນບູລິມະສິດ ໃນເມື່ອກ່ອນ ແລະ ໃນປັດຈຸບັນ. ເຕັກນິກ ແລະ ການປະຕິບັດວຽກງານເຫຼົ່ານີ້ ໄດ້ສະແດງໃຫ້ເຮົາເຫັນວ່າ ນັກຂຸດຄົ້ນບໍ່ແຮ່ໃນສະໄໝບູຮານ ໄດ້ເອົາໃຈໃສ່ນຳເອົາເລື່ອງຄວາມປອດໄພມາຢູ່ໃນແຖວໜ້າຂອງວຽກຂຸດຄົ້ນບໍ່ແຮ່.
ການຄົ້ນພົບອື່ນ ລວມທັງ ເຄື່ອງມືທີ່ໃຊ້ໃນການຂຸດຄົ້ນບໍ່ແຮ່ໃນສະໃໝກ່ອນ ອີງການການວິໃຈການເວລາທີ່ຕົກທອດຂອງທາດກາກບອບນັ້ນ, ເພິ່ນສາມາດກຳນົດໄດ້ວ່າ ການຂຸດຄົ້ນບໍ່ແຮ່ໃນຂົງເຂດນີ້ແມ່ນໄດ້ເກີດຂຶ້ນມາປະມານ 3.000 ປີກ່ອນ ເຊິ່ງໝາຍຄວາມວ່າ ເມືອງວິລະບູລີ ເປັນໜຶ່ງໃນຂົງເຂດຂຸດຄົ້ນບໍ່ແຮ່ ແລະ ຜະລິດໂລຫະກິດ ທີ່ເກົ່າແກ່ທີ່ສຸດໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້. ພວກເຮົາເຊື່ອວ່າ ການຂຸດຄົ້ນແຮ່ສະໃໝບູຮານ ແມ່ນໄດ້ເລີ່ມຕົ້ນຂຶ້ນທີ່ບໍ່ຄຳ-ທອງ ເຊໂປນ ໃນປະມານ 1.300 ປີທີ່ຜ່ານມາ (ກໍຄືກ່ອນປີ ຄສ 700). ການຢັ້ງຢືນນີ້ ແມ່ນໄດ້ມາຈາກການວິໃຈ ຈາກທາດກາກບອນ ທີ່ພົບໃນຝາກະແຕະໄມ້ໄຜ່ ໃນ ຂຸມສ້າງຂຸດຄົ້ນບໍ່ແຮ່ ທີ່ມີການຄ້ຳຢັນ ເພື່ອກັນເຈື່ນດ້ວຍໂຄງສ້າງທີ່ໄດ້ຕອກເສົາດ້ວຍລຳໄມ້ ແລະ ວາງຂອບດ້ວຍທ່ອນໄມ້ນ້ອຍ ທີ່ອ້ອມດ້ວຍກະແຕະໄມ້ໄຜ່. ໂຄງສ້າງເພື່ອກັນພັງທັງໝົດ ດັ່ງກ່າວ ແມ່ນໄດ້ຖືກອັດຮັກສາໄວ້ ໃນຊັ້ນດິນໜຽວທີ່ເລິກລົງໄປຈາກໜ້າດິນ ປະມານ 10 ຫາ 40 ແມັດ.
ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ LXML ໄດ້ກ່າວວ່າ: “ການຂຸດຄົ້ນສິນແຮ່ບູຮານ ຢູ່ໃນເຂດບໍ່ຄຳ-ທອງ ເຊໂປນ ໄດ້ໄຂປະຫວັດສາດການຂຸດຄົ້ນແຮ່ ແລະ ໄດ້ມີການຕັ້ງຖິ່ນຖານຂອງພົນລະເມືອງໃນຂົງເຂດນີ້ ໃນຫຼາຍພັນປີກ່ອນ ທີ່ຜ່ານມາ, ອັນຊີ້ໃຫ້ເຫັນວ່າ ຊຸມຊົນໃນ ສປປ ລາວ ໄດ້ມີການຂຸດຄົ້ນ ແລະ ແລກປ່ຽນຜະລິດຕະພັນແຮ່ທາດມາເປັນເວລາຫຼາຍພັນປີມາແລ້ວ. ການຄົ້ນພົບເຫຼົ່ານີ້ ຍັງເປັນຫຼັກຖານສຳຄັນທີ່ສະແດງໃຫ້ຮູ້ເຖິງຄວາມສຳຄັນຂອງກິດຈະກຳບໍ່ແຮ່ ຕໍ່ກັບຄວາມສີວິໄລໃນເຂດພາກພື້ນນີ້, ລວມທັງຄວາມກ້າວໜ້າທາງດ້ານວຽກງານຄວາມປອດໄພໃນຂະແໜງການບໍ່ແຮ່ ທີ່ໄດ້ຜ່ານການເວລາມາແລ້ວ.”
ໃນໄລຍະການຂຸດຄົ້ນ ທີມງານຍັງໄດ້ຄົ້ນພົບອຸ ອຸປະກອນການຂຸດຄົ້ນສິນແຮ່ສະໃໝບູຮານອື່ນໆ ເຊັ່ນ: ຂັ້ນໄດໄມ້, ໝາກລອກ, ໄມ້ຄ້ຳ, ກະຕ່າໄມ້ໄຜ່, ເສັ້ນຫວາຍ ແລະ ເຊືອກເຄືອຫວາຍດິນ ເຊິ່ງ ທັງໝົດນີ້ ແມ່ນໄດ້ຖືກເກັບຮັກສາໄວ້ໃນຊັ້ນດິນຽໜຽວ-ໃນສ່ວນເລິກ ທີ່ຖືກອັດແໜ້ນຢູ່ໃນສະພາບແວດລ້ອມທຳມະຊາດ ທີ່ຫາໄດ້ຍາກ.
ວັດຖຸຫຼາຍຢ່າງທີ່ໄດ້ຄົ້ນພົບ ເມື່ອບໍ່ດົນມານີ້ ໄດ້ຖືກນຳໄປສະສົມ ແລະ ວາງສະແດງໄວ້ທີ່ຫໍວັດທະນະທຳເມືອງວິລະບູລີ. ວັດຖຸບູຮານສຳຄັນອື່ນໆ ລວມທັງຄ້ອງບ້າງ “ດົງຊັນ” ທີ່ເປັນທອງສຳລິດ ແມ່ນໄດ້ຖືກນຳໄປຈັດວາງສະແດງໄວ້ທີ່ຫໍພິພິດທະພັນແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ.
ອ່ານຂໍ້ມູນເພີ່ມເຕີມ ກ່ຽວກັບ ຄວາມມຸ່ງໝັ້ນຂອງໂຄງການເຊໂປນ ໃນການປົກປັກຮັກສາປະຫວັດສາດດ້ານວັດທະນະທຳ ຂອງ ສປປ ລາວ ໄດ້ ທີ່ ນີ້.
ຮູບ: ທີມງານຂຸດຄົ້ນບູຮານວິທະຍາ ທີ່ພາກສະໜາມ ຂອງບໍ່ຄຳ-ທອງເຊໂປນ.